Breaking News

ຄັ້ງທຳອິດໃນປະຫວັດສາດ ສາວງາມຕົວແທນປະເທດລາວໄດ້ຮັບລາງວັນຈາກເວທີສາກົນ!!!

ແບ່ງປັນ

ຄັ້ງທຳອິດໃນປະຫວັດສາດ ສາວງາມຕົວແທນປະເທດລາວໄດ້ຮັບລາງວັນຈາກເວທີສາກົນ!!!

ນາງ. ວາລິສະລາ ຕັງສຸວັນ ຕົວແທນຈາກປະເທດລາວໄດ້ຮັບລາງວັນ ນາງງາມມິດຕະພາບ MISS. FRIENDSHIP ຈາກເວທີປະກວດ MISS TOURISM QUEEN OF THE YEAR INTERNATIONAL 2016 ໃນວັນອາທິດ, ວັນທີ 18 ທັນວາ 2016 ທີ່ຜ່ານມາຢູ່ Happy Valley OCT Grand Theater ນະຄອນຫຼວງຊຽງໄຮ້, ປະເທດຈີນ.

ງານດັ່ງກ່າວ ມີສາວງາມຈາກທົ່ວໂລກຈຳນວນ 55 ປະເທດເຂົ້າຮ່ວມປະກວດ. ໃນມື້ຮອບຕັດສິນວັນທີ 18 ທັນວາ 2016 ຍັງມີການຖ່າຍທອດສົດທາງໂທລະພາບ Shanghai TV, ເຊິ່ງສາວງາມຈາກປະເທດລາວເຮົາໄດ້ສວມໃສ່ຊຸດງາມທັງຊຸດລາວປະເພນີ ແລະ ສາກົນ ຈົນເຮັດໃຫ້ຕ້ອງຕາຕ້ອງໃຈຄະນະກໍາມະການ ແລະ ຜູ້ຊົມທົ່ວໂລກ.

ປະເທດລາວເຮົາເປັນຄັ້ງທຳອິດໃນປະຫວັດສາດທີ່ໄດ້ຮັບລາງວັນໃນເວທີລະດັບສາກົນ ກໍຄືລາງວັນ ນາງງາມມິດຕະພາບ Miss. FRIENDSHIP – ລາງວັນຊຸດປະຈຳຊາດດີເດັ່ນມີ 3 ລາງວັນ: ສາວງາມຈາກ ອິນໂດເນເຊຍ, ປະເທດຫວຽດນາມ ແລະ ບຣາຊິວ. ຊະນະເລີດໄດ້ແກ່ສາວງາມຈາກປະເທດຊິລີ Chile,ຮອງຊະນະເລີດ ສາວງາມປະເທດເຈົ້າພາບ ປະເທດຈີນ, ຮອງຊະນະເລີດອັນດັບ 2 ສາວງາມຈາກປະເທດ ໂຣມາເນຍ, ຮອງຊະນະເລີດອັນດັບ 3 ສາວງາມຈາກປະເທດ ອົດສະຕາລີ່,ຮອງຊະນະເລີດອັນດັບ 4 ສາວງາມຈາກປະເທດ ອິນເດຍ.

1

2

6

 

3

15645369_587039588171071_965673511_n

5

15578518_1762891724037397_1076903188989832675_n

15578934_1762891804037389_4378755322097829187_n

15589780_1762891977370705_1399681061189676911_n

15697665_1762891884037381_1691286138201545485_n

15401020_1759365364390033_1421897906763726315_n

ຂໍ້ມູນຈາກ: Firstmodelinglao

FB@Varissara May Tangsouvanh

 

 

ແບ່ງປັນ