Breaking News

ມົງລົງ! ງາມ ໂປຟາຍເລີດ ເໝາະສົມຕຳແໜ່ງ Miss Universe Thailand 2018 

ແບ່ງປັນ

ແວະວຽນໄປເວທີ Miss Universe Thailand 2018 ທີ່ຫາແຕ່ປະກວດກັນໄປແບບສົດຮ້ອນໆໃນວັນທີ 30 ມິຖຸນາ 2018 ທີ່ຜ່ານມາ ແລະ ເຮົາກໍ່ໄດ້ຮູ້ກັນແດ່ແລ້ວວ່າສາວງາມທີ່ຄວ້າມົງກຸດ Miss Universe Thailand 2018 ໃນປີນີ້ກໍ່ຄື ໝາຍເລກ 20 ໂສພິດາ ການຈະນະລິນ (ນິ້ງ) ອາຍຸ 23 ປີ ລວງສູງ 169 ຊັງຕີແມັດ

ສຳລັບ ນິ້ງ ໂສພິດາ Miss Universe Thailand 2018  ເປັນເຖິງສາວງາມດີກຼີນັກຮຽນນອກ ຈົບການສຶກສາລະດັບປະລິນຍາຕີຈາກຄະນະ Business administration  ສາຂາ Finance ຈາກ University of Nevada, Las Vegas ດ້ວຍກຽດນິຍົມອັນດັບ 2 ແຖມຍັງໄດ້ຮັບລາງວັນໃນຖານະນັກຮຽນດີເດັ່ນ ຈາກ ອະດີດປະທານນາທິບໍດີ ບາຣັກ ໂອບາມາ, ປັດຈຸບັນນາງດຳລົງຕຳແໜ່ງຜູ້ຈັດການທະນະຄານທະຫານໄທ ໃນໄວອາຍຸພຽງ 23 ປີ.

(ວ້າວ! ບໍ່ທຳມະດາອີ່ຫລີ ງາມ ໂປຟາຍເລີດ ເໝາະສົມກັບຕຳແໜ່ງ Miss Universe Thailand 2018 ສຸດໆ)

ຮູບພາບຈາກ: Miss Universe Thailand

ແບ່ງປັນ