Breaking News

5 ວິທີໃຊ້ມືຖືຖ່າຍຮູບ ເວລາໄປທ່ອງທ່ຽວ ໃຫ້ງາມແບບມື Pro!!!

ແບ່ງປັນ

ຫຼາຍໆຄົນເວລາໄປທ່ອງທ່ຽວ ສິ່ງທີເຮົາຢາກເຮັດຢາກໜຶ່ງກໍຄື ການຖ່າຍຮູບງາມໆມາໃຫ້ຄົນທີ່ບໍ່ໄດ້ໄປໄດ້ເບິ່ງ ແລະ ຢາກໄປນໍາ ແລະ ນີ້ຄື 5 ວິທີທີ່ຈະເຮັດໃຫ້ສາວໆມີຮູບງາມໆມາອ້າງໝູ່ທຸກ Trip.

1. ຖ່າຍຮູບລະຫວ່າງການເດີນທາງ ທຸກໆຄັ້ງທີ່ເຮົາອອກເດີນທາງໄປທ່ອງທ່ຽວຢູ່ໃສ ຈະໄປນໍາລົດ, ນໍາເຮືອ, ເຮືອບິນ ຫຼື ແມ່ນຫຍັງກໍແລ້ວແຕ່ ການທີ່ຄົນບໍ່ໄດ້ໄປນໍາມາເຫັນຮູບສາວໆ ກໍາລັງເດີນທາງຄືພະລັງໃນການອ້າງລະດັບ 3 ດາວເລີຍແຫຼະສາວໆ

2. ເປີດໂໝດ HDR ແລ້ວຍ້ອນແສງ ຊ່ວງເວລາຕາເວັນຂຶ້ນ ຫຼື ຕົກ ຫຼາຍຄົນຈັບຈ້ອງຈະໄດ້ຮູບແສງສີທອງເຫຼົ່ານີ້ມາອ້າງໝູ່ຢູ່ແລ້ວແມ່ນບໍ່? ແຕ່ເພື່ອໃຫ້ຮູບໄດ້ລາຍລະອຽດຫຼາຍຂຶ້ນ ບໍ່ດໍາມືດເກີນໄປ ທຸກຄັ້ງທີ່ຖ່າຍຍ້ອນແສງ ຢ່າລືມເປີດໂໝດ HDR ແດ່ເດີ່! ຮັບຮອງວ່າງາມແນ່ນອນຈ່າ. ພະລັງໃນການອ້າງລະດັບ 3 ດາວ.

3. ຮູບມຸມ Top ຂອງອາຫານຈານເດັດ ໄປທ່ຽວທັ່ງທີ່ ອາຫານຕ້ອງເດັດບໍ່ນ້ອຍໜ້າສະຖານທີ່ຈ່າ ທຸກຄັ້ງ ທຸກຄາບ ຖ່າຍໄປເລີຍ ໂດຍສະເພາະມຸມ Top ທີ່ກ້ອງໃຫຍ່ໆ ຖ່າຍລໍາບາກ ແຕ່ສໍາລັບມືຖືນີ້ມັນສະບາຍຫຼາຍ ເຫັນແບບນີ້ຫິວເຂົ້າແນ່ນອນ ພະລັງທໍາລາຍໃນການອ້າງລະດັບ 5 ດາວ.

4. ຢ່າຖ່າຍພື້ນອຽງ ສາຍ Landscape ຫຼື ຖ່າຍທໍາມະຊາດ ຕ້ອງຈື່ໃຫ້ຂຶ້ນໃຈ ເຖິງວ່າບັນຍາກາດຈະດີຂະໜາດໃດ ແຕ່ຖ້າຮູບທີ່ຖ່າຍມາພື້ນອຽງ ເສັ້ນຂອບຟ້າບໍ່ກົງຖືວ່າພັງ! ຖ້າຖ່າຍມາໃຫ້ກົງເປະໆ ງາມໆ ຮັບຮອງໃຜເຫັນແລ້ວຕ້ອງຖາມຫາ ພະລັງໃນການອ້າງລະດັບ 4 ດາວ.

5. ຫ້າມພາດຖ່າຍ Land Mark ນີ້ຄືການຖ່າຍຮູບທ່ອງທ່ຽວເພື່ອອ້າງ ສະນັ້ນ ເຮົາຈະບໍ່ Indy ຫຼາຍ ບ່ອນໃດເປັນ Land Mark ແລ່ນໄປຖ່າຍລົວໆເລີຍ ອາດຈະ Selfie ມານໍາກໍໄດ້ ຫຼື ຊອກຄົນຖ່າຍໃຫ້ກໍດີ ຍິ່ງເປັນຕ່າງປະເທດ ຍິ່ງຕ້ອງເພີ່ມຄວາມຮຸນແຮງ ພະລັງທໍາລາຍໃນການອ້າງລະດັບ 5 ດາວ.

ແບ່ງປັນ