Breaking News

ຊົມເຊີຍ! ສາວລາວຍາດໄດ້ລາງວັນໃນການແຂ່ງຂັນ World Fitness Federation Universe ທີ່ປະເທດສິງກະໂປ!!!

ແບ່ງປັນ

ເກັ່ງສຸດຍອດເລີຍ ທິບພະພອນ ເພັງສະຫວັນ (ເຟື້ອງ) ສາວລາວທີ່ເດີນທາງໄປຮ່ວມແຂ່ງຂັນ World Fitness Federation Universe ທີ່ປະເທດສິງກະໂປ (WFF) ແລະ ຍັງບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ເພາະນາງສາມາດຕິດທ໊ອບ ແລະ ໄດ້ລາງວັນທີ 4 ມາຝາກຄົນລາວເຮົານຳເດີ້ (ຕົບມືຊົມເຊີຍນາງແດ່ໄວໆໆໆ!!!)

ສຳລັບ ທິບພະພອນ ເພັງສະຫວັນ (ເຟື້ອງ) ອາຍຸ 30 ປີ ປະຈຸບັນນາງເປັນຄູເຝິກສອນອອກກຳລັງກາຍ (Trainer) ຢູ່ທີ່ Up2U Fitness ແລະ ນາງມີດີຼກຼີເປັນເຖິງອາດີດນັກກິລາບານບ້ວງທີມຊາດລາວ (Basketball) ແລະ ນາງຍັງເຄີຍເຂົ້າຮ່ວມປະກວດກິລາເພາະກາຍປະເພດ ໂມເດວ ທີ່ປະເທດໄທ ໃນງານ “Thailand International Expo 2017″ແລະ ໄດ້ລາງວັນອັນດັບທີ 7 ພຸ້ນໄດ໋ (ກໍ່ບໍ່ໜ້າແປກທີ່ໄດ້ ເພາະນາງກໍ່ເລີດດດ) ຕໍ່ຈາກນັ້ນນາງກໍ່ໄດ້ເຂົ້າແຂ່ງຂັນໃນງານ “Fitness Angel Modle” ທີ່ປະເທດໄທ ແລະ ຍັງຮ່ວມແຂ່ງຂັນໃນເວທີ “Mr. Laos 2018”  ແລະ ຫຼ້າສຸດກັບການປະກວດ World Fitness Federation International ທີ່ປະເທດສິງກະໂປ (WFF) ກໍ່ຍັງໄດ້ລາງວັນມາຝາກພໍ່ແມ່ພີ່ນ້ອງຊາວລາວ (ບໍ່ທຳມະດາອີ່ຫລີສາວລາວເຮົາ)

ຮູບພາບຈາກ: FB/Thipphaphone Bbfeuang Phengsavanh

ແບ່ງປັນ