Breaking News

ສ່ອງ! ສາວງາມຂ້າມເພດ Miss Universe Spain 2018 ແຮງບັນດານໃຈຂອງສາວປະເພດສອງທົ່ວໂລກ!!!

ແບ່ງປັນ

ລັດເລາະໄປເວທີ Miss Universe Spain ກັນແດ່, ຫຼ້າສຸດເພິ່ນກໍ່ໄດ້ມາແລ້ວກັບສາວງາມທີ່ເໝາະສົມກັບຕຳແໜ່ງອັນຊົງກຽດນີ້ ແລະ ປີນີ້ເຮັດເອົາ ຮືຮາ ໄປທົ່ວໂລກ ເນື່ອງຈາກວ່າ ສາວງາມທີ່ຄວ້າມົງກຸດ  Miss Universe Spain 2018 ມີນາມວ່າ Angela Ponce ເປັນສາວງາມຂ້າມເພດ (ສາວປະເພດສອງ) ຖືໄດ້ວ່າເປັນປະຫວັດສາດໜ້າໃໝ່ ສຳລັບການປະກວດນາງງາມໃນທີ່ Miss Universe.

ເຊິ່ງ Angela Ponce ເປັນສາວປະເພດສອງຄົນທຳອິດ ທີ່ໄດ້ມີໂອກາດເປັນຕົວແທນປະເທດລົງປະກວດໃນເວທີໃຫ່ຍລະດັບໂລກຢ່າງເວທີ ນາງງາມຈັກກະວານ (Miss Universe)

ສຳລັບສາວງາມຄົນນີ້ມີອາຊີບເປັນ ນາງແບບ ແລະ ບອກໄດ້ເລີຍວ່າໃນປີ 2018 ນີ້ບໍ່ແມ່ນປີທຳອິດທີ່ນາງໄດ້ເຂົ້າມາປະກວດ ເພາະນາງເລີ່ມມາປະກວດຕັ້ງແຕ່ປີ 2015 ແຕ່ພາດມົງກຸດໄປ ແຕ່ຍ້ອນຄວາມຮັກ ແລະ ມັກໃນສິ່ງທີ່ຢາກເຮັດ ເລີຍບໍ່ຍອມແພ້ ແລະ ມີຄວາມພະຍາຍາມສູງ ນາງຈຶ່ງກັບເຂົ້າມາສະໝັກປະກວດໃໝ່ໃນປີນີ້ ພ້ອມກັບສ້າງປະຫວັດສາດໜ້າໃໝ່ໃຫ້ກັບເວທີ ນາງງາມຈັກກະວານ ແລະ Angela Ponce ຍັງເອີ້ນສຽງຮືຮາ ແລະ ກາຍເປັນແຮງບັນດານໃຈອັນສຳຄັນໃຫ້ ສາວປະເພດສອງ ທົ່ວໂລກອີກດ້ວຍ.

ທີ່ມາ: ig/angelaponceofficial

ແບ່ງປັນ