Breaking News

ຂໍ້ຄວນລະວັງ! ເມື່ອເດີນທາງໄປທ່ອງທ່ຽວທີ່ ປະເທດ ຫວຽດນາມ.

ແບ່ງປັນ

ເຫັນແຟນໆອິນບ໋ອກເຂົ້າມາຫາ ຊະນີIndy ຢາກໃຫ້ຊອກຫາຂໍ້ມູນການເດີນທາງໄປທ່ອງທ່ຽວ ປະເທດ ຫວຽດນາມ, ຈັດໃຫ້ບໍ່ເຄີຍເຮັດໃຫ້ແຟນໆຜິດຫວັງຢູ່ແລ້ວ ປະເທດ ຫວຽດນາມ ເປັນປະເທດທີ່ມີສະຖານ ທ່ອງທ່ຽວ ໃນເຂດອາຊີທີ່ເປັນທີ່ນິຍົມ ແລະ ມາແຮງສຸດໆ ເພາະຍັງມີທຳມະຊາດທີ່ງົດງາມ ແລະ ອຸດົມສົມບູນ ມີວັດທະນະທຳທີ່ເປັນເອກະລັກ ແຖມຍັງມີຄ່າຄອງຊີບທີ່ບໍ່ສູງຈົນເກີນໄປ ທີ່ນີ້ຈຶ່ງກາຍເປັນສະຫວັນຂອງນັກທ່ອງທ່ຽວຫຼາຍໆຄົນທົ່ວໂລກ, ດັ່ງນັ້ນລອງມາເບິ່ງຂໍ້ຄວນລະວັງ ເມື່ອຕ້ອງເດີນທາງໄປທ່ອງທ່ຽວທີ່ ປະເທດ ຫວຽດນາມ.

(via: IG/creatiefields)

***ຂໍ້ຄວນລະວັງ

– ການຂ້າມຫົນທາງໃນຫວຽດນາມຈະຕ້ອງລະມັດລະວັງເປັນພິເສດ ເພາະຄົນຫວຽດນາມຈະໃຊ້ລົດຈັກເປັນພາຫະນະຫຼັກໃນການສັນຈອນໄປຕາມຕົວເມືອງໃຫ່ຍໆ

– ຖ້າໄປທ່ຽວຄົນດຽວ ຫຼື ໄປເປັນກຸ່ມຜຸ້ຍິງ ບໍ່ຄວນນັ່ງລົດເຊັ່ນ ຕຸກໆ ແທັກຊີ່ ຫຼື ລົດຈັກຮັບຈ້າງໃນຊ່ວງກາງຄືນ ເພາະອາດຖືກໂກງ ຫຼື ຮີດໄຖຄ່າໂດຍສານ ຄວນຫຼີກລ່ຽງຈະດີທີ່ສຸດ

(via: IG/zmelany)

– ກະເປົ໋າເງິນ ພາສປອດ ຂອງມີຄ່າ ເກັບໄວ້ໃນກະເປົ໋າໃຫ້ດີ ພາຍໄວ້ທາງໜ້າຕະຫຼອດ

– ຄວນກ໋ອບປີ້ເອກະສານສຳຄັນຕິດຕົວໄວ້ຫຼາຍໆ ເພື່ອປ້ອງກັນການຕົກເຮ່ຍເສຍຫາຍ ຫຼື ເຮັດເປັນຟາຍສົ່ງເຂົ້າອີເມວໄວ້ເພື່ອສຸກເສີນ ເພາະຫວຽດນາມເປັນປະເທດທີ່ນັກທ່ອງທ່ຽວຕ້ອງມີຄວາມລະມັດລະວັງ ເພາະມີມິດສາຊີບຂ້ອນຂ້າງຫຼາຍ

– ເມື່ອໄປທ່ຽວຕາມສະຖານທີ່ຕ່າງໆ ແລ້ວພົບເຫັນຄົນຫວຽດນາມເຮັດຫຍັງແປກໆ ຢ່າໄດ້ຈັບກ້ອງອອກມາຖ່າຍເດັດຂາດ ເພາະອາດຈະໄດ້ເສຍເງິນຄ່າຖ່າຍພາບແບບບໍ່ຮູ້ຕົວ

(via: IG/logeyly)

(via: IG/soaipham)

-ຖ້າຈະຊື້ເຄື່ອງຄວນຖາມລາຄາໃຫ້ດີ ຈັບສິນຄ້າເຖິງມືກ່ອນແລ້ວຄ່ອຍຈ່າຍເງິນ ພະຍາຍາມຈ່າຍໃຫ້ພໍດີກັບລາຄາທີ່ແມ່ຄ້າບອກ ເພາະອາດຈະຖືກແມ່ຄ້າໂກງແບບບໍ່ຮູ້ຕົວກໍ່ເປັນໄດ້

(via: IG/joryinthailand)

ເປັນແນວໃດກັນແດ່ແຟນໆ ພໍຈະຮູ້ຂໍ້ມູນຄ່າວໆກັນແດ່ແລ້ວ ຖືວ່າເປັນການກະກຽມຕົວທີ່ດີ ຈະໄປທ່ອງທ່ຽວທັງທີ່ ຈະໃຫ້ພາດໄດ້ແນວໃດວ່າບໍ່?
ແບ່ງປັນ