Breaking News

ເກັ່ງຫຼາຍໆ! ສະແດງຄວາມຍິນດີກັບ ນັກສຶກສາລາວ ທີ່ໄດ້ທຶນໄປຮຽນຕໍ່ ປະເທດ ຝຣັ່ງ

ແບ່ງປັນ

ສະແດງຄວາມຍິນດີກັບ ນັກສຶກສາລາວ ທີ່ໄດ້ທຶນໄປຮຽນຕໍ່ ປະເທດ ຝຣັ່ງ ຈາກການເປີດເຜີຍໃຫ້ຮູ້ຈາກເພສເຟສບຸກ ສະຖານທູດຝຣັ່ງ ປະຈຳ ສປປ.ລາວ ວ່າ ສຳລັບໃນປີ 2018 ນີ້ຈະມີ ນັກສຶກສາລາວ ທັງໝົດ 14 ຄົນ ທີ່ໄດ້ຮັບທຶນການສຶກສາຈາກສະຖານທູດຝຣັ່ງ ແລະ ກໍ່ກຳລັງກຽມໂຕເດີນທາງໄປທີ່ປະເທດຝຣັ່ງໃນໄວໆນີ້, ເຊິ່ງບັນດານັກສຶກສາລາວຈະໄປຮຽນໃນ ຂະແໜງ ວິສະວະກຳສາດ ທີ່ມີທັງລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ. 

ເກັ່ງຫຼາຍໆ! ຂໍສະແດງຄວາມຊົມເຊີຍອີກຄັ້ງສຳຫລັບທຸກໆຄົນ!!!

ທີ່ມາ: Ambassade de France au Laos / ສະຖານທູດຝຣັ່ງ ປະຈຳ ສປປ ລາວ

ແບ່ງປັນ