Breaking News

Visit Lao year 2018! ໃຜໄປໃສມາແດ່ເອົາຮູບມາເບິ່ງແດ່ດູ໊!!!

ແບ່ງປັນ

ສະບາຍດີສາວໆ ມື້ນີ້ແອັດ ຢາກຊິຊວນສາວໆ ມາກະຕຸ້ນຊີບພະຈອນລົງຂາ ອອກເລາະເມືອງລາວ ແລະ ກະມາອ້າງຮູບດູ໊ວ່າປີທ່ອງທ່ຽວລາວ (Visit Lao year 2018) ເຈົ້າໄດ້ໄປທ່ຽວໃສກັບ The Gang ຫຼື ແບບລຸຍດ່ຽວໆແດ່?

ໃສໃຜມີຮູບຖ່າຍແບບ Hipy, Chicky, F ມາອ້າງບໍ່ ເມັ້ນມາເລີຍ ຂໍເບິ່ງແດ່!!! ສໍາຫຼັບ ສາວໃນເມືອງຄື ແອັດແລ້ວ ຍັງມີຫຼາຍບ່ອນໃນເມືອງລາວທີ່ຢາກໄປ ຢືນຖິ້ມຄວາມໂງ່ໆ (ທີ່ມັນມີຫຼ໊າຍໆ ຮ່າຮ່າ) ຢູ່ບ່ອນໃດຈັກແຫ່ງ, ຢາກໄປຮ້ອງແຮງໆປ່ອຍຄວາມກົດດັນ ວ໊າກກກກກກກ…. ແລ້ວຊິວາແຂນກວ້າງໂອບກອດທໍາມະຊາດເມືອງລາວ, ດູດຊືມເອົາພະລັງບວກໃຫ້ຕົວເອງຫຼາຍບ່ອນເລີຍເຊັ່ນ : ໄປຫ້ອຍໂຫຍໂຍນຕົວແບບປະສົບການທະນີ ທີ່ເຮືອນຕົ້ນໄມ້ ແຂວງບໍ່ແກ້ວ, ໄປເປັນສາວ Spider Women ທີ່ນໍ້າກັດຢໍລະປາ ແຂວງອຸດົມໄຊ, ໄປພິຊິດຍອດຜາແດງ ທີ່ເມືອງງອຍ ແຂວງຫຼວງພະບາງ, ແລ້ວ ຍັງຢາກນັ່ງນອນແຊທີ່ບໍ່ນໍ້າອຸ່ນໃນສາຍນໍ້າພາກເມືອງຫຼາ ທີ່ໂອອ້ອມໄປດ້ວຍປ່າທີ່ສົມບູນຂອງ ແຂວງອຸດົມໄຊ, ຢາກດໍານໍ້າເບິ່ງປາທີ່ຂຸນກອງແລງ ແລະ ວັງນໍ້າເຢັນແຂວງຄໍາມ່ວນ, ຢາກຕີຫຼັງກາ 3 ຮອບ ລົງໃສ່ນໍ້າຕົກແຊປ່ອງໄລ່, ໄປເປັນຊາວຖໍ້າ ທີ່ຖໍ້າເຊບັ້ງໄຟ ຖໍ້າແມ່ນໍ້າໄຫຼຜ່ານທີ່ໃຫ່ຍທີ່ສຸດໃນໂລກ ແລະ ຍັງອີກບ່ອນໃດແດ່ບອກແອັດ Please…

ເມືອງງອຍ, ນະຄອນຫຼວງພະບາງ.

ນະຄອນຫຼວງພະບາງ

 

 

ແບ່ງປັນ