Breaking News

10 ຂໍ້ຫ້າມສຳລັບສອບເສັງເຂົ້າ ມໍຊໍ ( ຖ້າລະເມີດຈະຖືກຕັດສິດໃນການສອບເສັງທັນທີ)

ແບ່ງປັນ

ຂໍ້ຫ້າມສໍາລັບຜູ້ສອບເສັງ

  1. ຫ້າມນັກສຶກສາຂອງ ມຊ ທີ່ກໍາລັງຮຽນຢູ່ໃນແຕ່ລະຄະນະວິຊາ ສະໝັກສອບເສັງເດັດຂາດ.
  2. ຫ້າມນຳເອົາປຶ້ມຕຳລາຮຽນ, ສຳເນົາສູດຄິດໄລ່, ບົດຮຽນ ຫຼື ບົດຄຳຕອບ, ອຸປະກອນອີເລັກໂຕຣນິກ (ໂທລະ ສັບມືຖື, ເຄື່ອງຄິດໄລ່, ໂມງດີຈິຕອນ, ບັນທັດທີ່ມີສູດຄິດໄລ່ ແລະ ອື່ນໆ) ເຂົ້າໃນຫ້ອງສອບເສັງ, ຜູ້ລະເມີດ ຈະຖືກຕັດສິດສອບ ເສັງ. ສໍາລັບອຸປະກອນທີ່ຢຶດມາໄດ້ນັ້ນຄະນະກຳມະການຈະສົ່ງຄືນຜູ້ເຂົ້າສອບເສັງພາຍຫຼັງ ສິ້ນສຸດການສອບເສັງ.
  3. ຫ້າມໃສ່ເລກລະຫັດບັດເຂົ້າຫ້ອງສອບເສັງຂອງຄົນອື່ນ ຫຼື ປ່ຽນແທນກັນ, ມາເສັງແທນຄົນອື່ນ, ໃສ່ເຄື່ອງໝາຍ ຫຼື ສັນຍາລັກຕ່າງໆໃສ່ເຈ້ຍຄຳຕອບ.
  4. ຫ້າມຖືອາວຸດ, ຂອງມີຄົມທຸກຊະນະນິດ, ສານເຄມີທີ່ຮ້າຍແຮງເຂົ້າໃນຫ້ອງສອບເສັງ, ເຊິ່ງອາດຈະນຳເປັນ ເຄື່ອງມືໃນການກໍ່ຄວາມບໍ່ສະຫງົບ ຫຼື ທຳຮ້າຍຮ່າງກາຍຄົນອື່ນ.
  5. ຫ້າມກ່າຍໝູ່ ຫຼຶ ເອົາໃຫ້ໝູ່ກ່າຍ ແລະ ໃຊ້ສັນຍານຕ່າງໆທີ່ເປັນເຄື່ອງມືທຸຈະລິດໃນການສອບເສັງ.
  6. ຫ້າມເວົ້າ, ສົນທະນາ ຫຼືສົ່ງສຽງດັງໃນເວລາສອບເສັງ, ຫ້າມນຳເຄື່ອງກິນ ແລະເຄື່ອງດື່ມເຂົ້າໃນຫ້ອງສອບເສັງ.
  7. ຫ້າມອອກຈາກຫ້ອງໃນເວລາສອບເສັງຢູ່ ຍົກເວັ້ນກໍລະນີຈຳເປັນ, ແຕ່ຕ້ອງໄດ້ຮັບອະນຸຍາດ ແລະ ມີກຳມະ ການຕິດຕາມໄປນຳ.
  8. ຫ້າມອອກຈາກຫ້ອງຈົນກວ່າຈະໝົດເວລາສອບເສັງ ເຖິງແມ່ນວ່າຜູ້ສອບເສັງຈະຕອບສຳເລັດແລ້ວກໍຕາມ.
  9. ຫ້າມສືບຕໍ່ໝາຍຄຳຕອບເມື່ອໄດ້ຮັບສັນຍານໝົດເວລາ ແລະ ຕ້ອງຂວໍ້າເຈ້ຍຄຳຕອບໄວ້ເທິງໜ້າໂຕະຂອງຕົນ.
  10. ຫ້າມນຳເອົາບົດສອບເສັງ ແລະ ເຈ້ຍທຸກຊະນິດອອກຈາກຫ້ອງສອບເສັງ.

ໝາຍເຫດ: ຜູ້ລະເມີດຂໍ້ກຳນົດ (ຂໍ້ຫ້າມ) ສະບັບນີ້ຈະຖືກຕັກເຕືອນ ຫຼື ຕັດສິດໃນການສອບເສັງທັນທີ

ທີ່ມາ: http://entrance.nuol.edu.la/index.php/%E0%BA%A5%E0%BA%B0%E0%BA%9A%E0%BA%BD%E0%BA%9A

ແບ່ງປັນ