Breaking News

ເປີດໂຕຍິ່ງໃຫ່ຍ! ເບຍໃໝ່ 3 ລົດຊາດ ເບຍໄວ້ທ (WHITE), ເບຍຮັອບປີ້ (HOPPY) ແລະ ເບຍແອມເບີ້ (AMBER)

ແບ່ງປັນ

ທີ່ນະຄອນຫຼວງວຽງຈັນ, ໃນຄໍ່າຄືນຂອງວັນພຸດ ວັນທີ 11 ກໍລະກົດ 2018, ທີ່ ຮ້ານອາຫານໂກດັງ ບໍລິສັດເບຍລາວ ໄດ້ຈັດງານເປີດຕົວເບຍໃຫມ່ຢ່າງຍິ່ງໃຫຍ່ ເຊິ່ງບໍ່ມີພຽງລົດຊາດດຽວເທົ່ານັ້ນ ແຕ່ມີເຖິງ 3 ລົດຊາດ ທີ່ມີເອກະລັກໃນຄວາມເປັນລາວຄື: ເບຍໄວ້ທ (WHITE), ເບຍຮັອບປີ້ (HOPPY) ແລະ ເບຍແອມເບີ້ (AMBER). ທັງນີ້, ກໍເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງບໍລິສັດ ເບຍລາວ ຄົບຮອບ 45 ປີທີ່ມີການເຕີບໃຫຍ່ຂະຫຍາຍຕົວແບບບໍ່ຢຸດຢັ້ງມາເຖິງປັດຈຸບັນ.


ງານຄັ້ງນີ້, ໄດ້ມີບັນດາລູກຄ້າ VIP, ຕົວແທນຈໍາໜ່າຍ, ດາລາ-ນັກສະແດງ, ເຊເລັບ, ແຂກຜູ້ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ພ້ອມນີ້, ຍັງມີວົງດົນຕີ, ນັກຮ້ອງຊື່ດັງທີ່ມາສ້າງຄວາມຄຶກຄື້ນມ່ວນຊື່ນໃຫ້ຕະຫຼອດທັງງານ. ບໍ່ພໍເທົ່ານັ້ນ, ເບຍລາວ ຍັງໄດ້ເປີດກິດຈະກຳພິເສດ ໃຫ້ກັບຜູ້ບໍລິໂພກໄດ້ໂຫວດກັນວ່າ ລົດຊາດໃດທີ່ຈະຊະນະໃຈຄົນລາວຫຼາຍທີ່ສຸດ ແລະ ໄດ້ໄປຕໍ່. ທຸກຄົນສາມາດໂຫວດໄດ້ທີ່ www.votebeerlao.la

ທ່ານ Henrik Juel Anderson ອຳນວຍການບໍລິສັດເບຍລາວ ຈຳກັດໄດ້ກ່າວໃນງານຕື່ມອີກວ່າ: “ສຳລັບ Crafty beer ແມ່ນສາຍເບຍໃຫມ່ໃນການຂະຫຍາຍສາຍການຜະລິດຂອງບໍລິສັດເບຍລາວ ເນື່ອງຈາກເບຍ Craft ໄດ້ມີການເຕີບໂຕຢ່າງແຂງແຮງໃນຫຼາຍໆຕະຫຼາດທົ່ວໂລກ ແລະ ຖືເປັນນະວັດຕະກຳໃຫມ່ທີ່ເປັນເອກະລັກທີ່ຈະເຮັດໃຫ້ ເບຍລາວ ສາມາດຢູ່ຄົງຢູ່ຄູ່ກັບຄົນລາວໃນຍຸກສະໄຫມໃຫມ່ໄດ້ ແລະ ພ້ອມທັງພິສູດໃຫ້ເຫັນວ່າທາງເຮົາມີຊື່ສຽງໃນດ້ານນະວັດຕະກຳຊັ້ນນຳ. ບໍລິສັດເບຍລາວ ຮ່ວມມືກັບກຸ່ມ Carlsberg Development ເພື່ອພັດທະນາ ເບຍໃຫມ່ນີ້ ດ້ວຍລົດຊາດ ແລະ ຮູບແບບທີ່ ໂດດເດັ່ນ 3 ແບບຕ່າງກັນ ແລະ ຜົນທີ່ໄດ້ຮັບຈາກການທົດສອບກັບຜູ້ບໍລິໂພກກວ່າ 450 ຄົນ ແມ່ນຖືວ່າໄດ້ຜົນຕອບຮັບທີ່ດີຫຼາຍ”

ສຳລັບເບຍໃຫມ່ 3 ລົດຊາດນີ້ໄດ້ມີກຳມະວິທີການຜະລິດທີ່ພິຖີພິຖັນທີ່ສຸດຄື:
• WHITE ລົດຊາດນຸ່ມນວນ:ສີຂາວຂຸ່ນທີ່ໂດດເດັ່ນ ແລະ ມີກິ່ນຫອມອ່ອນຂອງເປືອກໝາກກ້ຽງ


• HOPPY ລົດຊາດກົ່ມກ່ອມ: ສີເຫຼືອງທອງມີກິ່ນຫອມອ່ອນໆຂອງເປືອກໝາກນາວ.

• AEMBER ລົດຊາດເຂັ້ມຂຸນ: ສີນໍ້າຕານແດງ ມີກິ່ນຫອມຂອງຄາລາເມວທີ່ໂດດເດັ່ນ

ພ້ອມນີ້, ພາຍໃນງານ ຍັງໄດ້ເປີດຕົວໂຄສະນາເບຍລາວໃຫມ່ 4 ເລື່ອງທີ່ສື່ເຖິງເບຍ 3 ລົດຊາດເພື່ອມາສ້າງຄວາມປະທັບໃຈ ແລະ ຄວາມຕື່ນເຕັ້ນໃຫ້ກັບຜູ້ເຂົ້າຮ່ວມ.

ແບ່ງປັນ