Breaking News

ໄປ່ສາວໆ! ໄປຍີ່ປຸ່ນນໍາກັນ… ໄປເບິ່ງທົ່ງດອກໄມ້ກວ້າງສຸດສາຍຕາ ແລະ ພູເຂົາຟູຈິທີ່ໂດ່ງດັງ…

ແບ່ງປັນ

ຖ້າໃຜມີແຜນຢາກຈະໄປທ່ອງທ່ຽວປະທດຍີ່ປຸ່ນໃນໄລຍະເດືອນນີ້ ຖືວ່າເປັນໄລຍະທີ່ເໝາະສົມຫຼາຍສໍາລັບການເດີນທາງທ່ອງທ່ຽວ ເພາະອາກາດບໍ່ໜາວ ບໍ່ຮ້ອນ ອຸນຫະພູມຢູ່ທີ່ປະມານ 16-20 ອົງສາ ຂຶ້ນຢູ່ກັບແຕ່ລະມື້ນໍາ ເຊິ່ງອຸນຫະພູມປະມານນີ້ ຖືວ່າເປັນສະຫວັນຂອງດອກໄມ້ ແລະ ສະຫວັນຂອງຄົນທ່ຽວຊົມພ້ອມ.

ເລີ່ມຕົ້ນຂໍແນະນໍາ ດອກອະເຊເລຍ (Azalea) ເປັນຕົ້ນໄມ້ທີ່ຄົນຍີ່ປຸ່ນນິຍົມປູກໄວ້ຕາມແຄມທາງ ເຊິ່ງດອກຂອງມັນຈະປະກອບດ້ວຍຫຼາກຫຼາຍສີ ອອກດອກເຕັມຕົ້ນ ສະຖານທີ່ງົດງາມທີ່ສຸດແນະນໍາໃຫ້ໄປຊົມຕາມທາງຍ່າງໄປສູ່ສານເຈົ້າທີ່ໃຫຍ່ ແລະ ສໍາຄັນທີ່ສຸດໃນ “ມາຄຸຣະ” ຄື ສານເຈົ້າຊິຣຸໂອະກະ ຮະຊິມານກຸ. ຕໍ່ມາແມ່ນ ດອກໂຣໂດເດນດຼອນ (Rhododendron) ຫຼື ກຸຫຼາບພັນປີ ທີ່ສວນພຶກສາສາດ ເມືອງໂຕກຽວ ເປັນສະຖານທີ່ຮິບໂຮມດອກກຸຫຼາບພັນປີໄວ້ຫຼາກຫຼາຍສີ ຫຼາຍສາຍພັນຕັ້ງແຕ່ ສີຂາວ ສີບົວ ສີແດງ ສີມ່ວງ. ວີສທີເຣຍ (Wisteria) ເປັນດອກໄມ້ຂອງເດືອນພຶດສະພາ ທີ່ງົດງາມ ສະຖານທີ່ ທີ່ແນະນໍາສໍາລັບຊົມດອກ ວິສທີເຣຍ ແມ່ນ ສວນຄິໂຍສຸມິ (Kiyosumi) ກາງກຸງໂຕກຽວ ແລະ ອີກແຫ່ງໜຶ່ງຄື: ວັດຮະເຊະ-ເດະຣະ (Hase-dera) ທີ່ “ຄາມາຄຸຣະ” ຖ້າທ່ານມີເວລາຈໍາກັດແນະນໍາໃຫ້ໄປ ວັດຮະເຊະ-ເດະຣະ ຈະໄດ້ຊົມທັງ ດອກ ວິສທີເຣຍ ແລະ ດອກກຸຫຼາບພັນປີພ້ອມ

ສໍາລັບດອກໄມ້ສຸດທ້າຍໃນເດືອນນີ້ທີ່ຈະເວົ້າເຖິງຈະເປັນດອກໄມ້ດອກນ້ອຍໆແຕ່ຢູ່ໃນທົ່ງກວ້າງຂວາງ ແລະ ຢູ່ທ່າມກາງທິວທັດ ສວຍງາມທີ່ສຸດ ໃນເຂດ ຟູຈິໂກະໂຄະ ຫຼື ພື້ນທີ່ທະເລສາບທັງ 5 ຂອງ ຟູຈິ (The Fuji Five Lake) ທີ່ມີດອກໄມ້ຫຼາກຫຼາຍສີສັນເບັ່ງບານເຕັມທົ່ງກວ້າງຈົນສຸດສາຍຕາ ແລະ ພູຟູຈິ ເປັນພາບທີ່ງົດງາມໃຜໄປແລ້ວຍາກທີ່ຈະລືມໄດ້. ສໍາລັບ Trip ນີ້ກ່ອນຈະໄປທ່ານຕ້ອງກຽມຕົວຄື: ໜຶ່ງແມ່ນຕ້ອງຂໍ VISA “ວີຊາ” ຖ້າເຮັດເອງແມ່ນ 215.000 ກີບ ແຕ່ຖ້າສາວໆວຽກຫຼາຍໃດບໍ່ສະດວກໄປເອງ ກໍສາມາດໃຫ້ບໍລິສັດທີ່ໃຫ້ບໍລິການເຮັດໃຫ້ກໍໄດ້ ພຽງແຕ່ເສຍຄ່າ ບໍລິການເພີ່ມ 100.000 ກີບເທົ່ານັ້ນ.

ໃນການເດີນທາງສາວໆສາມາດຈອງປີ້ຍົນໄດ້ທີ່ Facebook page: Vientiane ticketing ເດີນທາງຈາກວຽງຈັນໄປຮ່າໂນ່ຍ ຫວຽດນາມ ແລ້ວຈຶ່ງຂຶ້ນຍົນຈາກຮ່າໂນ່ຍໄປຫາ ນາຣິຕະ ປະເທດຍີ່ປຸ່ນ ລວມລາຄາ 500 ໂດລາ (ຕັ້ງແຕ່ວຽງຈັນ-ນາຣິຕະ) ຍົນຈະອອກຈາກສະໜາມບິນວັດໄຕ (ວຽງຈັນ) ເວລາ 20:10 ໂມງ ຮອດ ຮາໂນ່ຍ (ຫວຽດນາມ) ເວລາ 21:15 ໂມງ ແລະ ຍົນຈະອອກຈາກຫວຽດນາມເວລາ 00:40 ໂມງ ຮອດ ນາຣິຕະ (ຍີ່ປຸ່ນ) ເວລາ 7:00 ໂມງ. ເມື່ອເຖິງແລ້ວທ່ານສາມາດເດີນທາງຕໍ່ດ້ວຍລົດໄປຍັງສະຖານທີ່ພັກໄດ້ເລີຍ.

ແບ່ງປັນ