Breaking News

ໄຂຂໍ້ສົງໃສເຮັດ ສະປາຜິວ ເພື່ອຫຍັງ???

ແບ່ງປັນ

ການເຮັດສະປາຜິວ ໝາຍເຖິງ ການທໍາຄວາມສະອາດຜິວ ແລະ ເພີ່ມອາຫານເສີມບໍາລຸງຜິວໃຫ້ເລິກເຂົ້າສູ່ຊັ້ນພາຍໃນ ໂດຍມີວິທີຕ່າງໆທີ່ແຕກຕ່າງກັນອອກໄປເຊັ່ນ: ການເຮັດສະປາດ້ວຍການນວດ, ຂັດ, ອົບອາຍນໍ້າ​ ຫຼື ພອກ ເຊິ່ງວິທີການເຫຼົ່ານີ້ຖ້າເຮັດຕະຫຼອດຢ່າງຕໍ່ເນື່ອງ ກໍຈະເຫັນໄດ້ເຖິງຄວາມປ່ຽນແປງທີ່ເກີດຂຶ້ນກັບຜິວໄດ້ຢ່າງຈະແຈ້ງ ເຊິ່ງຖືວ່າເປັນຜົນປະໂຫຍດທີ່ໄດ້ຈາກການເຮັດສະປາຜິວໂດຍກົງ ແຕ່ສາວໆຮູ້ບໍ່ວ່າ ນອກຈາກຄວາມສະບາຍທີ່ສາວໆຈະໄດ້ຮັບແລ້ວ ການເຮັດສະປາຍັງມີຜົນປະໂຫຍດອື່ນໆອີກຫຼາກຫຼາຍນຳອີກ

  1. ຜ່ອນຄາຍ ສະບາຍໃຈ.

ທຸກມື້ນີ້ຄວາມຕຶງຄຽດມັກຈະເປັນສາເຫດຫຼັກໆ ເຮັດໃຫ້ບັນຫາຜິວຊຸດໂຊມລົງກວ່າເກົ່າ ເພາະຄວາມຕຶງຄຽດຈະເຮັດໃຫ້ລະບົບປ້ອງກັນຜິວໜັງອ່ອນແອລົງ ດັ່ງນັ້ນ ການເຮັດສະປາຜິວຈະຊ່ວຍຜ່ອນຄາຍຄວາມຕຶງຄຽດລົງໄດ້ເປັນຢ່າງດີ ບວກກັບຖ້າໄດ້ຟັງເພງຄ່ອຍໆສະບາຍໆ ກໍຈະຊ່ວຍໃຫ້ສະໝອງປອດໂປ່ງຫຼາຍຂຶ້ນໄດ້.

  1. ຊ່ວຍໃຫ້ຜິວພັນສົດໃສຂຶ້ນ.

ການເຮັດສະປາຜິວເຊັ່ນ: ການຂັດຜິວ ແລະ ການອົບອາຍນໍ້າ ຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໃຫ້ດີຂຶ້ນ ເຊິ່ງມັນຈະສົ່ງຜົນໃຫ້ການລໍາລຽງອົກຊີແຊນ ແລະ ສານອາຫານໄປຫາຜິວຊ່ວຍໃຫ້ເຮັດວຽກໄດ້ດີຂຶ້ນ ນອກຈາກນີ້ ຍັງຊ່ວຍກໍາຈັດສິ່ງຕົກຄ້າງ ແລະ ສິ່ງເສດເຫຼືອອອກຈາກຮ່າງກາຍ, ຊ່ວຍກໍາຈັດຈຸລັງ (Cells) ຜິວທີ່ຕາຍແລ້ວໃຫ້ຫຼຸດລອກອອກໄປ ເຊິ່ງຈະເຮັດໃຫ້ຜິວພັນສົດໃສຂຶ້ນ.

  1. ຊ່ວຍທໍາຄວາມສະອາດຜິວໄດ້ດີ ແລະ ກໍາຈັດສິ່ງອຸດຕັນຈາກຮູຂົນ.

ຄົນສ່ວນຫຼາຍມັກຈະມີນໍ້າມັນ ແລະ ສິ່ງເປິເປື້ອນທີ່ຕົກຄ້າງຢູ່ບໍລິເວນຜິວໜັງ ຈາກການລ້າງໜ້າ ຫຼື ຊໍາລະລ້າງສິ່ງເປິເປື້ອນອອກບໍ່ໝົດ ອັນເປັນສາເຫດສໍາຄັນເຮັດໃຫ້ເກີດບັນຫາຜິວເຊັ່ນ: ສິວຫົວດໍາ ຫຼື ສິວສ້ຽນ, ສິວອຸດຕັນ ແລະ ສິວອັກເສບ ແຕ່ການເຮັດສະປາຜິວຈະສາມາດເຂົ້າໄປທໍາຄວາມສະອາດຜິວໄດ້ດີກວ່າການລ້າງໜ້າ ຫຼື ອາບນໍ້າປົກກະຕິ ເຊິ່ງຈະສາມາດກໍາຈັດສິ່ງຕົກຄ້າງໃນຮູຂົນໄດ້ຢ່າງສະອາດ ນອກຈາກນີ້ຍັງຈະຊ່ວຍໃຫ້ຮູຂົນນ້ອຍລົງອີກດ້ວຍ ເພາະບໍ່ມີສິ່ງເປິເປື້ອນໄປອຸດຕັນໄວ້.

  1. ຊ່ວຍປັບສະພາບຜິວ ແລະ ຫຼຸດບັນຫາຜິວ

ຖ້າໃຜທີ່ເປັນຄົນຜິວມັນ ຜິວຂອງສາວໆຈະອຸດຕັນ ແລະ ຮູຂົນກວ້າງໄດ້ງ່າຍ, ເຮັດໃຫ້ຜິວໝອງຄໍ້າ ເພາະນໍ້າມັນສະສົມຢູ່ເທິງຜິວ ການເຮັດສະປາຈະຊ່ວຍປັບສະພາບຜິວ ແລະ ຊ່ວຍໃຫ້ຜິວສົດໃສຂຶ້ນ ຫຼື ສໍາລັບໃຜທີ່ມີຜິວແຫ້ງ ຜິວຂອງສາວໆອາດຈະລອກໄດ້ງ່າຍ ເຊິ່ງການເຮັດສະປາຈະຊ່ວຍກໍາຈັດບັນຫາຜິວລອກໃຫ້ດີຂຶ້ນ ແລະ ຍັງຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜິວໄດ້ອີກດ້ວຍ.

  1. ຜິວຈະສາມາດດູດຊຶມຄີມບໍາລຸງຜິວໄດ້ດີຂຶ້ນ.

ເນື່ອງຈາກນໍ້າມັນ ແລະ ສິ່ງເປິເປື້ອນທີ່ຕົກຄ້າງຢູ່ຜິວໜັງ ຈະສະກັດກັ້ນການດູດຊຶມຂອງຄີມບໍາລຸງຜິວ ດັ່ງນັ້ນ ຫຼັງຈາກການເຮັດສະປາ ໂດຍການລ້າງຜິວໃຫ້ສະອາດແລ້ວ ຄີມບໍາລຸງຜິວຕ່າງໆກໍຈະສາມາດຊຶມລົງສູ່ຜິວໄດ້ງ່າຍ ແລະ ເລິກຫຼາຍຂຶ້ນ.

  1. ຊ່ວຍປ້ອງກັນຮອຍແຫ່ວ ແລະ ຜິວຍານ.

ການເຮັດສະປາໂດຍການນວດ ຜິວຂອງສາວໆຈະໄດ້ຮັບການກະຕຸ້ນການໄຫຼວຽນຂອງເລືອດ ເຊິ່ງຈະເຮັດໃຫ້ຜິວສົດໃສ, ຊຸມຊື່ນ ແລະ ສົ່ງຜົນໃຫ້ຜິວເຄັ່ງຕຶງຫຼາຍຂຶ້ນ.

ແບ່ງປັນ