Breaking News

ສະແດງຄວາມຍິນດີ! ທີມຊາດ ຝຣັ່ງ ຄວ້າແຊ້ມບານໂລກ 2018

ແບ່ງປັນ

ລຸ້ນລະທຶກເຊຍໃຈຈົດໃຈຈໍ່ກັນທົ່ວໂລກ ເມື່ອແມັດການແຂ່ງຂັນ ບານໂລກຮອບຊິງຊະນະເລີດລະຫວ່າງ ຝຣັ່ງ VS ໂຄເອເຊຍ ໃນຄໍ່າຄືນຂອງວັນທີ 15 ກໍລະກົດ 2018 ທີ່ຜ່ານມາ ເຊື່ອວ່າແຟນໆກໍ່ຕ້ອງມີທີມທີ່ລຸ້ນ ແລະ ຢູ່ໃນໃຈແນ່ນອນ ແລະ ວິນາທີຕື່ນເຕັ້ນກໍ່ມາເຖິງເມື່ອການແຂ່ງຂັນດຳເນີນໄປຢ່າງດຸເດືອດ ແລະ ໃນທີ່ສຸດ ຝຣັ່ງ ກໍ່ສາມາດເອົາຊະນະ ໂຄເອເຊຍ ເຖິງ (4-2) ຂໍສະແດງຄວາມຍິນດີກັບ ທີມຊາດ ຝຣັ່ງ ທີ່ຄວ້າແຊ້ມ ບານໂລກ 2018 ທີ່ຈັດຂຶ້ນຢູ່ປະເທດ ລັດເຊຍ ໃນຄັ້ງນີ້.

ສຳລັບ ປະເທດ ຝຣັ່ງ ບໍ່ແມ່ນເທື່ອທຳອິດທີ່ ຄວ້າແຊ້ມບານໂລກ ເພາະຍ້ອນໄປໃນປີ 1998 ຝຣັ່ງກໍ່ຄວ້າແຊ້ມບານໂລກ (ຂໍສະແດງຄວາມຍິນດີນຳຫຼາຍໆ)

via: FB/FIFA World Cup

ແບ່ງປັນ