Breaking News

ແຟນຄລັບກຣີດໆໆ! ຊາລີວ ຊັບປຸຍ ນັກເຕະສະໂມສອນດັງເຊັກອິນປະເທດລາວ!!!

ແບ່ງປັນ

ເຮັດເອົາແຟນຄລັບກຣີດໆໆ ເມື່ອ ຊາລີວ ຊັບປຸຍ ໜຸ່ມຫຼໍ່ຂວັນໃຈສາວໆ ນັກເຕະບານຈາກສະໂມສອນ ເມືອງທອງຍູໄນເຕັດ ໄດ້ມາເຊັກອິນທີ່ ປະເທດລາວ, ເຊິ່ງໃນວັນທີ 16 ກໍລະກົດ 2018 ຊັບປຸຍ ກໍ່ໄດ້ເດີນທາງໄປຮ່ວມງານທີ່ນະຄອນຫຼວງວຽງຈັນ ພ້ອມທັງເຊັກອິນຜ່ານ ອິນສະຕາແກຼມ ໃຫ້ແຟນຄລັບໄດ້ຕິດຕາມກັນອີກດ້ວຍ.

ສຳລັບ ຊາລີວ ຊັບປຸຍ ອາຍຸ 26 ປີ ເປັນອີກໜຸ່ມຫຼໍ່ຂວັນໃຈສາວໆ ເປັນນັກເຕະບານລູກເຄິ່ງ ໄທ-ສະວິດເຊີແລນ ປັດຈຸບັນຫຼິ້ນເປັນກອງກາງໃຫ້ກັບສະໂມສອນ ເອສຊີຈີ ເມືອງທອງ ຍູໄນເຕັດ ໃນໄທຫຼີກ ແລະ ໃນໄວໆນີ້ກຽມພົບກັບການແຂ່ງຂັນເຕະບານນັດພິເສດ ລະຫວ່າງ ທີມຊາດລາວ ແລະ ເອັດສຊີຈີ ເມືອງທອງ ຍູໄນເຕັດ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 31 ສິງຫາ 2018, ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເວລາ 18:30  ໃຜທີ່ຢາກເຊຍ ຢ່າລືມໄປກຣີດໆໆໆນັກເຕະໃນດວງໃຈໄດ້ເລີຍ (ເຂົ້າຊົມຟີ).

ທີ່ມາ: IG/7charyl

ແບ່ງປັນ