Breaking News

ຮູ້ໄວ້ກ່ອນໄປທ່ຽວ “ທິເບດ” ດິນແດນຫຼັງຄາໂລກ!!!

ແບ່ງປັນ

“ທິເບດ” ຫຼື ທີ່ມັກເອີ້ນກັນວ່າ “ດິນແດນຫຼັງຄາໂລກ” ມີເມືອງເອກຊື່ວ່າ: ລາຊາ (Lhasa) ແລະ ໄດ້ຂຶ້ນລາຍຊື່ 50 ເມືອງ ທີ່ໜ້າໄປຢ້ຽມຊົມທີ່ໃນສຸດໂລກ ເວົ້າໄດ້ວ່າເປັນສູນກາງຂອງສາດສະໜາຂອງທິເບດ ແລະ ສໍາຜັດກັບສະຖາປັດຕະຍະກໍາທີ່ງົດງາມ. ທິເບດມີເນື້ອທີ່ 1.228.400 ກມ2, ປະຊາກອນກວ່າ 6 ລ້ານຄົນ. ສະນັ້ນ, ຖ້າຄິດໄປຢ້ຽມຊົມ ສາມາດໄປໄດ້ຫຼາຍເສັ້ນທາງ ເຊັ່ນ: ທາງອາກາດ ເພາະມີສາຍການບິນ Lao Airlines ວຽງຈັນ-ຄຸນໜິງ ແລ້ວຕໍ່ເຄື່ອງຈາກຄຸນໝິງໄປເມືອງລາຊາ ເມືອງຫຼວງຂອງທິເບດເລີຍ ຫຼື ຈະໄປດ້ວຍລົດເມ ວຽງຈັນ-ຄຸນໝິງກໍໄດ້ ແຕ່ທາງນີ້ຈະໃຊ້ເວລາເດີນທາງຫຼາຍມື້ສົມຄວນ.

ເວັບໄຊ Tripdeedee.com ບອກວ່າ: ການຂໍວີຊາ ເຂົ້າທິເບດຕ້ອງຂໍຜ່ານຈີນເທົ່ານັ້ນ ແລ້ວສົ່ງ Visa ແລະ ໜ້າ Passport ໃຫ້ຕົວແທນເຮັດ Visa ໃນທິເບດ ອາດໃຊ້ເວລາປະມານ 3 ມື້.

ທິເບດ ເປັນເຂດທົ່ງພຽງສູງອາກາດມີການປ່ຽນແປງເປັນປົກກະຕິ ໃນຍາມກາງຄືນ ອຸນຫະພູມຢູ່ທີ່ 7-15 ອົງສາຖືວ່າໜາວຫຼາຍສໍາລັບຄົນລາວເຮົາ ຄວນກຽມເສື້ອຜ້າໜາໆຈະດີທີ່ສຸດ ສ່ວນກາງເວັນອຸນຫະພູມ 15-20 ອົງສາ ມີແສງແດດກ້າ ຄວນມີແວ່ນກັນແດດ ຫຼື ຄຼີມກັນແດດໄວ້, ໜຶ່ງເດືອນ ກ່ອນຈະອອກເດີນທາງຄວນອອກກໍາລັງກາຍເພື່ອໃຫ້ປອດຂະຫຍາຍຕົວ ແລະ ຮັກສາສຸຂະພາບໃຫ້ແຂງແຮງບໍ່ຂາດ ເພາະທິເບດນັ້ນ ເປັນທີ່ສູງ ອົກຊີແຊນມີບໍ່ຫຼາຍ ເຮັດໃຫ້ທ່ານອິດເມື່ອຍ, ເຈັບຫົວ, ເຫົງານອນໄດ້ງ່າຍ. ວິທີແກ້ເບື້ອງຕົ້ນຄື: ທັນທີທີ່ຮອດບ່ອນພັກ ບໍ່ຄວນນອນທັນທີເພາະເວລານອນຮ່າງກາຍເຮັດວຽກບໍ່ເຕັມສ່ວນ ແລະ ອົກຊີແຊນກໍເຂົ້າສູ່ຮ່າງກາຍເຮົາໜ້ອຍ ຄວນນັ່ງພັກຜ່ອນ, ຍ່າງຫຼິ້ນ, ດື່ມນໍ້າເພີ່ມຂຶ້ນ 2 ເທົ່າ, ກິນໝາກໄມ້, ຂອງຫວານ,

ອາຫານຈໍາພວກແປ້ງ ແລະ ຊ໋ອກໂກແລັດ ເພື່ອໃຫ້ຮ່າງກາຍປັບຕົວກັບສະພາບໄດ້ດີຂຶ້ນ, ຫາຍໃຈເລິກໆ, ເມື່ອເມື່ອຍຄວນພັກເຊົາທັນທີ. ສິ່ງທີ່ຄວນຫຼີກ ເຊັ່ນ: ເຄື່ອງດື່ມທາດເຫຼົ້າ ແລະ ກາເຟອີນ, ຢານອນຫຼັບ… ສ່ວນຊິມໂທລະສັບ ຊິມທີ່ຊື້ໃນທິເບດສາມາດໃຊ້ໂທພາຍໃນທິເບດ ແລະ ຈີນເທົ່ານັ້ນ ຫາກຕ້ອງການໂທໄປຕ່າງປະເທດ ຄວນໂທຈາກໂຮງແຮມຈະດີກວ່າ. ຖ້າໃຜຄິດຈະເດີນທາງໄປ ທິເບດ ຫາກປະຕິບັດຕາມຂ້າງເທິງຮັບຮອງວ່າ: ປອດໄພແນ່ນອນ.

ແບ່ງປັນ