Breaking News

ເຕືອນໄພພໍ່ແມ່ພີ່ນ້ອງ! ໂຈນຕວົະຂາຍໂທລະສັບ Iphone 8 (ເບິ່ງໄວ້ເປັນອຸທາຫອນ ຈະໄດ້ບໍ່ຫລົງກົນ)

ແບ່ງປັນ

ຮູ້ສຶກວ່າຈະໄດ້ຍິນຂ່າວລັກສະນະແບບນີ້ເລື້ອຍໆ ຫຼ້າສຸດມີມາອີກແລ້ວກັບໂຈນມາຕວົະຂາຍໂທລະສັບ ເຊິ່ງເລື່ອງມີດັ່ງຕໍ່ໄປນີ້:

“ສະບາຍດີ
ມື້ນີ້ຈະມາເວົ້າເພື່ອເຕືອນໃຫ້ທຸກຄົນໄດ້ຮູ້
ເລື່ອງ: “ເສຍຫົວໃຫ້ຫວຽດ ແຕ່ມັນຖືກເຮົາຈັບໄດ້”
??ອ່ານໃຫ້ຈົບເດີ້

==>ດ້ວຍຄວາມມັກງ່າຍທີ່ຢາກໄດ້ຂອງດີລາຄາຖືກ
ເລື່ອງລາວເກີດຂຶ້ນໃນຕອນເຊົ້າວັນທີ 18/07/2018 ໃນເວລາ 10:10 ຂ້ອຍກຳລັງນັງຢູ່ຮ້ານເອື້ອຍຂ້ອຍຢູ່ຕະຫຼາດ ຕໍ່ມາເວລາປະມານ 10:30 ໄດ້ມີຄົນໜຶ່ງຍ່າງເຂົ້າມາຫາຢູ່ຮ້ານແລ້ວຖາມຂາຍ ໂທລະສັບ Iphone 8 ໃຫ້ຂ້ອຍແລະເອື້ອຍ ໃນລາຄາ 9000 ບາດ ຕົກເປັນເງີນກີບ 2.340.000 ກີບ. ຂ້ອຍກໍ່ໄດ້ຈັບ ທລສ ມາເບິ່ງ ສະພາບຂອງເຄື່ອງກໍ່ດີໝົດໃຫມ່ທຸກຢ່າງເປັນເຄື່ອງສູນໄທ ຂ້ອຍກະຫຼິ້ນລະກະກວດເບິ່ງໝົດ. ແລ້ວໄດ້ຖາມຂໍ້ມູນໂທລະສັບກັບມັນ ປະມານເກືອບຊົ່ວໂມງ…==>

ຂ້ອຍ: ທລສ ໜ່ວຍນີ້ແມ່ນຂອງເຈົ້າແທ້ບໍ ?

ຄູ່ກໍລະນີ: ແມ່ນແລ້ວ, ຂ້ອຍຫາກະຊື້ໄດ້ເດືອນປາຍ ຕອນນີ້ຂ້ອຍຢາກໄດ້ເງີນເມື່ອຫວຽດ.

ຂ້ອຍ: ສາຍສາກ, ສາຍສະເບົ້າ ອີ່ຫຍັງບໍ່ມີໃຫ້ຫວາ

ຄູ່ກໍລະນີ: ບໍ່ມີ, ຂ້ອຍເອົາໃຫ້ນ້ອງສາວໜົດແລ້ວ ຂ້ອຍຈະຂາຍແຕ່ໜ່ວຍມັນໃຫ້ເຈົ້າ ຂ້ອຍຟ້າວເມື່ອຫວຽດເຂົາລົດສິອອກ 5 ໂມງແລງ.

ຂ້ອຍ: ໄດ້ປຶກສານຳເອື້ອຍແລະຕໍ່ລອງລາຄາກັບມັນວ່າ 2.200.000 ກີບ ໄດ້ບໍ່

ຄູ່ກໍລະນີ: ມັນກະວ່າ ໄດ້ໆ ຂ້ອຍຫຼຸດໃຫ້ເຈົ້າສະ

ຂ້ອຍ: ດ້ວຍຄວາມຢາກໄດ້ຂອງດີລາຄາຖືກ ຈຶ່ງໄດ້ປຶກສານຳເອື້ອຍດົນເດີບແລ້ວຕົກລົງກັນວ່າຈະເອົາ, ເອື້ອຍຂ້ອຍກໍ່ເອົາເງີນມາໃຫ້ຢືມເພື່ອສິຈ່າຍໃຫ້ມັນ. ໃນຂະທີ່ຂ້ອຍກຳລັງນັບເງິນຢູ່ນັ້ນຂ້ອຍໄດ້ເອົາ ທລສ ທິ່ມັນຈະຂາຍຂ້ອຍໃຫ້ ເອົາໃຫ້ມັນຈັບໄວ້ ແລະ ມັນກໍ່ໄດ້ຈັບເອົາ ທລສ ໄວ້ໃນຖົງເສື້ອ. ຫຼັງຈາກຂ້ອຍນັບເງິນໄດ້ຈຳນວນ 2.000.000 ກີບ ຂ້ອຍເອົາໃຫ້ມັນກ່ອນ ແລ້ວອີກ 200.000 ກີບ ຈຶ່ງໃຫ້ນຳຫຼັງ ແລະ ມັນຈຶ່ງເອົາ ທລສ ໃຫ້ຂ້ອຍ ລະຂ້ອຍຖາມວ່າ: ເຈົ້າບໍ່ນັບເບິ່ງເງິນແດ່ບໍ່..? ແຕ່ມັນບໍ່ນັບ ມັນຮີບຈັບເອົາເງິນລະກໍ່ເອົາ ທລສ iphone 8 ໃນຖົງເສື້ອມັນອອກມາໃຫ້ຂອ້ຍແລ້ວຟ້າວຍ່າງໜີໄປບັກໄວໆ.
ຈາກນັ້ນປະມານ 1 ນາທີ ຂ້ອຍໄດ້ຈັບ ທລສ iphone 8 ທີ່ມັນເອົາໃຫ້ຂ້ອຍ ແລະ ຂ້ອຍກໍ່ຈັບເອົາແລ້ວເປີດເບິ່ງ, ປາກົດວ່າ ທລສ iphone 8 ທີ່ມັນເອົາໃຫ້ຂ້ອຍນັ້ນມັນເປັນ ທລສ iphone 8 ຂອງຈີນ ທຸກຄົນກະຈະຮູ້ແລະເນາະວ່າຂອງກ໋ອບມັນເປັນແນວໃດເຮົາໄດ້ຈບບາດດຽວເຮົາກະຮູ້ລະ.
ຕໍ່ມາບໍ່ໜ້າບໍ່ຫຼັງຂ້ອຍຕັ້ງສະຕິໄດ້ຂ້ອຍກໍ່ຟ້າວແລ່ນນຳຫຼັງມັນໄປປະມານ 80 ແມັດ ໂຊກດີ ຂ້ອຍແລ່ນໄລ່ຈັບມັນທັນ. ຂ້ອຍໄດ້ຈັບໂຕມັນຄຸມໄວ້ແລ້ວຟ້າວຄົ້ນເບິ່ງໂຕມັນແລ້ວຂ້ອຍກໍ່ເຫັນ ທລສ iphone 8 ໜ່ວຍທີ່ມັນໃຫ້ຂ້ອຍເບິ່ງຕອນທຳອິດກໍ່ຢູ່ນຳມັນ ແລະ ຂ້ອຍກໍ່ຟ້າວເອົາເງິນ 2.200.000 ກີບ ຄືນມາ. ໃນຂະນະນັ້ນພໍດີມີຕຳຫຼວດນອກເຄື່ອງແບບມາຊື້ເຄື່ອງຢູ່ຫຼາດນັ້ນພໍດີ ເພິ່ນກໍ່ໄດ້ຈັບມັນໃສ່ກະລັບມືໄວ້ແລ້ວນຳມັນໄປຫ້ອງການຈັດສັນຕະຫຼາດ ກະເຈົ້າກໍ່ໄດ້ສືບສວນມັນ ແລ້ວຕໍ່ມາກໍ່ໄດ້ນຳສົ່ງໂຕມັນໄປໃຫ້ ປກສ ເມືອງສີໂຄດ ແລະ ຂ້ອຍກໍ່ນຳໄປໃຫ້ປາກຄຳກັບຕຳຫຼວດ ແຕ່ຂ້ອຍກໍ່ບໍ່ໄດ້ເອົາເລື່ອງຫັຍງກັບມັນ ຈຶ່ງປ່ອຍໃຫ້ຕຳຫຼວດປະຕິບັດຕາມໜ້າທີ່ ແລະ ຂ້ອຍກະເດີນທາງກັບ.
ສະນັ້ນ ຈຶ່ງຢາກເລົ່າເລື່ອງນີ້ໃຫ້ທຸກຄົນຟັງແລະຈື່ໄວບົດຮຽນ ສ່ວນຕົວຂ້ອຍເອງກະຄືຈະລາບເລີຍແລ້ວ ແລະ ຂໍໃຫ້ເລື່ອງນີ້ມັນຖືກແຕ່ນຳຂ້ອຍເປັນຄົນສຸດທ້າຍ ຖ້າບໍ່ໂຊກດີແບບນີ້ຂ້ອຍກະຄືສິເສຍໃຈສຸດໆ ຂໍໃຫ້ທຸກຄົນມີສະຕິລະວັງຕົວຢູ່ຕະຫຼອດຢ່າສຸໄປຫຼົງເຊື່ອຄວາມມັນພວກແນວນີ້. ຂໍຂອບໃຈ”

ເຫັນແບບນີ້ແລ້ວກໍ່ຢ່າໄປຫລົງກົນກຸ່ມຄົນບໍ່ດີ ຢ່າໄປຫລົງເຊື່ອ ເບິ່ງໄວ້ເປັນອຸທາຫອນເຕືອນສະຕິເດີ້ແຟນໆ (ຢ່າລືມແຊຣໄປໃຫ້ຄົນອ້ອມຂ້າງຮູ້ນຳແດ່ເດີ້ ເປັນຫ່ວງຫຼາຍໆ ເພາະຄົນດຽວນີ້ມັນມັກມີມາທຸກຮູບແບບແທ້ໆ)

ທີ່ມາ: fb/ຈົດໝາຍຂ່າວ Message

ແບ່ງປັນ