Breaking News

ມາເບິ່ງ Life-style ຫຼູຫຼາໄຮໂຊຂອງຄູ່ຮັກພັນລ້ານ!

ແບ່ງປັນ

ມາເບິ່ງ Life-style ຫຼູຫຼາໄຮໂຊຂອງຄູ່ຮັກພັນລ້ານ!

ໂດຍ: “ຊະນີIndy”

ເປັນທີ່ຮືຮາສົ່ງທ້າຍປີ 2016 ກັບຄູ່ຮັກ ເພັງ-ອ້າຍ ທີ່ຖືໄດ້ວ່າສ້າງກະແສ ແລະ ເຮັດໃຫ້ສັງຄົມໃຫ້ຄວາມສົນໃຈຂ້າມປີມາຮອດ 2017 ກັນເລີຍ ເພາະທັງສອງໄດ້ແຕ່ງດອງໄປແລ້ວຕັ້ງແຕ່ວັນທີ 26 ທັນວາ 2016 ທີ່ຜ່ານມາຢູ່ ໂຮງແຮມ ແລນມາກ, ແຕ່ກະແສທີ່ເຂົາວ່າລູກເສດຖີກັບລູກເສດຖີແຕ່ງກັນນັ້ນກໍຍັງບໍ່ໝົດໄປ ເພາະການຈັດງານແຕ່ງດອງຂອງທັງສອງຄົນນັ້ນເປັນງານທີ່ໃຫ່ຍ ແລະ ຫຼູຫຼາສຸດໆ ຈົນເຮັດໃຫ້ຫຼາຍຄົນເວົ້າກັນຕ່າງໆນາໆວ່າອາດເປັນການຈັດງານສິ້ນເປືອງເກີນໄປ ຫຼື ບໍ່? ຍັງໆຍັງບໍ່ໝົດເພາະໃນ Facebook ສ່ວນຕົວຂອງສາວເພັງຍັງ Post ຮູບພາບງານແຕ່ງ ແລະ Life-style ການໃຊ້ຊີວິດທີ່ຫຼູຫຼາຂອງເພິ່ນໃຫ້ຂາເມົ້າໄດ້ເຂົ້າມາສະແດງຄວາມຄິດເຫັນກັນເລື້ອຍໆ, ດັ່ງນັ້ນກໍບໍ່ລໍຊ້າ “ຊະນີIndy” ຈຶ່ງໄດ້ລວມເອົາຮູບພາບມາຝາກເບິ່ງກັນໄດ້ເລີຍ!!!

ພາບຈາກ: FB@Pheng’s AP

ແບ່ງປັນ