Breaking News
KuanjaI FaceB

ຫົວໃຈມໍລະກົດ ເທິງເກາະ Cocks comb

ແບ່ງປັນ

ຫົວໃຈມໍລະກົດ ເພັດນໍ້າງາມເທິງເກາະ Cocks comb

ເກາະ Cocks comb ເປັນເກາະທີ່ຢູ່ທະເລອັນດາມັນ ປະເທດມຽນມ້າ ເຊິ່ງເກາະແຫ່ງນີ້ມີລັກສະນະເປັນເກາະຫີນປູນ ບໍ່ມີຊາຍຫາດ ກາງເກາະຈະເປັນອ່າງກວ້າງ ຄືກັບອ່າງພູເຂົ້າໄຟ ມີຮູນ້ອຍໆອ້ອມອ່າງເພື່ອໃຫ້ນໍ້າທະເລເຂົ້າໄປໄດ້ ຖ້າເບິ່ງຈາກບ່ອນສູງຈະເຫັນວ່າ ໃຈກາງຂອງເກາະຄ້າຍຄືກັບຮູບກາຫົວໃຈ ເມື່ອມີນໍ້າທະເລເຂົ້າໄປໃນ ອ້ອມຮອບແຕ່ລະປ່ອງດ້ວຍຕົ້ນໄມ້ສີຂຽວ ມັນຈະເຮັດໃຫ້ເຮົາເຫັນຮູບກາຫົວໃຈທີ່ໂດດເດັ່ນທີ່ສຸດຈົນໄດ້ຕັ້ງສາຍາຈາກຄົນທີ່ທ່ຽວຊົມວ່າ ເປັນ ເກາະຫົວໃຈມໍລະກົດ ເຊິ່ງຄົນຕ່າງປະເທດຈະຮູ້ດີໃນນາມ Hidden Lagoon.

ນອກຈາກຄວາມມະຫັດສະຈັນ ໃນໃຈກາງຂອງເກາະທີ່ເປັນຮູບກາຫົວໃຈແລ້ວ ເກາະ Cocks comb ຍັງເປັນຈຸດທີ່ນັກດໍານໍ້ານິຍົມຊົມຊອບພາກັນມາດໍານໍ້າຕື່ມອີກ ຍ້ອນບໍລິເວນອ້ອມຮອບຂອງເກາະເຕັມໄປດ້ວຍປະກາລັງຫຼາກຫຼາຍຊະນິດທີ່ມີສີສັນສົດໃສສວຍງາມ ລວມທັງສັດໃນພື້ນນໍ້າທະເລ ເຊິ່ງຈະພົບເຫັນ ປານີໂມ ໄດ້ແບບງ່າຍໆ ນໍ້າບໍລິເວນນີ້ຈະມີສີຟ້າໃສຄ້າຍຄືກັບ ຄຼີດຕັ້ນ ທີ່ງົດງາມ ບໍ່ວ່າຈະລອຍໄປທາງໃດກໍສາມາດສໍາພັດໄດ້ເຖິງຄວາມສວຍງາມຂອງນໍ້າທະເລ ແລະ ໂລກໃນພື້ນທະເລ ເຊິ່ງສິ່ງທີ່ບໍ່ຄວນພາດທີ່ສຸດເມື່ອໄດ້ມາຢ້ຽມຢາມເກາະ ແຫ່ງນີ້ກໍຄື: ການລອຍຜ່ານຮູນໍ້າລອດ ເພື່ອເຂົ້າໄປໃນປາກປ່ອງຮູບກາຫົວໃຈ ເຊິ່ງນັກທ່ອງທ່ຽວຈະໄດ້ພົບເຫັນຄວາມສວຍງາມອີກຮູບແບບໜຶ່ງຂອງເກາະແຫ່ງນີ້ ກັບໜ້າຜາຫີນປູນທີ່ມີຄວາມສູງທີ່ໂດດເດັ່ນອ້ອມຮອບ ພ້ອມທັງມີຕົ້ນໄມ້ເຕີບໂຕໃຫຍ່ຂຶ້ນກັບໜ້າຜາເຫຼົ່ານັ້ນຈົນລາມລົງມາໃນນໍ້າທະເລ ໄລຍະທີ່ເລິກທີ່ສຸດຂອງລາກູນແຫ່ງນີ້ປະມານ 12-13 ແມັດ ໃນບາງຈຸດມີປະກາລັງທີ່ມີສີສັນສວຍງາມໃຫ້ໄດ້ດໍານໍ້າເພື່ອຊົມຄວາມງາມດັ່ງກ່າວ.

 

 

 

ແບ່ງປັນ