Breaking News

ຖໍ້າ “​ຟິງກັດ” – Scotland

ແບ່ງປັນ

ຖໍ້າ “ຟິງກັດ” ປະເທດສະກ໊ອດແລນ

ຖໍ້າຟິງກັດ (Fingal), ປະເທດສະກ໊ອດແລນ (Fingal’s Cave, Scotland) ມີຄວາມໜ້າອັດສະຈັນຂອງຖໍ້າທີ່ປະກອບດ້ວຍ ຫີນນ້ອຍໃຫຍ່ທີ່ລຽງກັນສະຫລັບສັບຊ້ອນເປັນບ໊ອກໆ ຄ້າຍຄືມີຊ່າງຜູ້ປານີດບັນຈົງນຳໄປເນລະມິດວາງໄວ້ໂດຍສີມືຂອງມະນຸດທີ່ຊຳນິຊຳນານ ແຕ່ໃນຄວາມຈິງແລ້ວ ມັນເກີດຈາກລາວາທີ່ແຂງຕົວ ເຊິ່ງມັນເປັນຈຸດທີ່ໜ້າສົນໃຈວ່າ ເປັນຫຍັງ ? ມັນຈຶ່ງມີຮູບຊົງງົດງາມແບບນີ້ ຫຼາຍໆຄົນອາດບໍ່ຢາກໄປສຳພັດກັບຖໍ້າເພາະວ່າຖໍ້ານີ້ຢູ່ໃນໃຈກາງຂອງທະເລ ແຕ່ວ່ານັກທ່ອງທ່ຽວບາງຄົນທີ່ມັກໃນການຜະຈົນໄພຄົງຈະຕ້ອງຖືກໃຈບໍ່ຫຼາຍກໍໜ້ອຍເລີຍ.

ຈະເຫັນໄດ້ວ່າແຕ່ລະປະເທດບໍ່ພຽງແຕ່ມີສະຖານທີ່ດັງໆມີຊື່ສຽງທີ່ເຮົາຮູ້ຈັກເທົ່ານັ້ນ ເພາະຖ້າລອງສຶກສາຂໍ້ມູນເບິ່ງດີໆແລ້ວ ເຮົາຈະພົບວ່າ ຍັງມີບ່ອນທີ່ເຮົາຈະໄປທ່ອງທ່ຽວອີກຫຼາຍໆບ່ອນ ທີ່ລໍຖ້າໃຫ້ເຮົາໄດ້ໄປສຳພັດ ແລະ ສິ່ງສຳຄັນ ມັນຍັງເປັນສະຖານທີ່ທີ່ງົດງາມເໜືອຈິນຕະນາການທີ່ເຮັດໃຫ້ເຮົາຢາກໄປພົບ ແລະ ສຳພັດຢູ່ຕະຫຼອດ ສຳລັບຄົນໃດທີ່ໄດ້ໄປແລ້ວ ຄວາມງົດງາມເຫລົ່ານີ້ ກໍຍັງຕິດຕາຝັງໃຈຈົນເຮັດໃຫ້ເຮົາຢາກໄປອີກຢູ່ສະເໝີ ອີກຢ່າງໜຶ່ງຫຼາຍຄົນທີ່ໄດ້ໄປເຫັນກັບຕານັ້ນ ລ້ວນອອກປາກຊົມວ່າ ຖໍ້າ Fingal ມີບ່ອນທີ່ຄ້າຍຄືກັບສາກຫຼັງໃນຮູບເງົາທີ່ສ້າງຊື່ສຽງກ້ອງໂລກ “ແຮ່ຣີ່ ພອດເຕີ” ຕອນເຈົ້າຊາຍເລືອດປະສົມ ນັ້ນເອງ.

 

 

 

 

ແບ່ງປັນ