Breaking News

ລາວ ກ໊ອຟ ຊາເລັນ 2017

ແບ່ງປັນ

ໃນວັນ 12 ມັງກອນ 2017 ເວລາ 14: 00 ທີ່ ໂຮງແຮມ ຣັດສະໝີ ພລາຊາ ນະຄອນຫຼວງວຽງຈັນ ວາລະສານທາເກັດ ຮ່ວມກັບ ສະຫະພັນກິລາກ໊ອຟແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວການແຂ່ງຂັນ Lao Golf Challenge 2017 ປີທີ 5. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສູນທອນ ສິລິສັກ ປະທານສະຫະພັນກິລາກ໊ອຟແຫ່ງຊາດລາວ, ທ່ານ ໄຊຍະສອນ ປັນຍາທິບ ຜູ້ອໍານວຍການສ້າງວາລະສານທາເກັດ ທັງເປັນປະທານຈັດງານແຂ່ງຂັນ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ, ແຂກຜູ້ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ.

ໃນປີນີ້ຈະເລີ່ມເປີດຮັບສະໝັກຜູ້ເຂົ້າຮ່ວມແຂ່ງຂັນຕັ້ງແຕ່ວັນທີ 23 ມັງກອນ-10 ກຸມພາ 2017 ແລະ ການແຂ່ງຂັນ ຈະຈັດຂຶ້ນໃນວັນທີ 18 ກຸມພາ 2017 ທີ່ສະໜາມກ໊ອຟ ລອງວຽງ ກ໊ອຟຄລັບ ນະຄອນຫຼວງວຽງຈັນ ພາຍໃຕ້ການສະ​ໜັບສະ​ໜູນຫຼັກ​ໂດຍ ​ເບຍ​ຄາຣສະເບີກ ຮ່ວມ​ສະໜັບສະໜູນ​ໂດ​ຍ ລາວ​ຟອດ ຊີ​ຕີ້ (Lao ford city),ແລນໂຣເວີ (Rand Rover),ຈາກົວ (Jaquar)F ມາ​ເຈ​ສຕີ (Majesty), Pepper stone, ​ໂຮງ​ແຮມ​ລັດສະໝີ ພລາຊາ (Rashmi’s Plaza hotel), ປັນຍາ​ທິບ ​ໂຄສະນາ (Panyathip Advertising), ແລະ ສະໜາມກ໊ອຟລອງວຽນ (Longvien Golf Club).

ການແຂ່ງຂັນແບ່ງອອກເປັນ2ສາຍດັ່ງນີ້:

  1. Lao Challeng Division (ແຂ່ງຂັນໂດຍ ບໍ່ມີແຕ້ມຕໍ່) ມີ 5 ລາງວັນ ຜູ້ທີ່ມີຄະແນນສູງສຸດຈໍານວນ 5 ທ່ານຈະໄດ້ຮັບສິດເຂົ້າໃນການຄັດຕົວທີມຊາດ ສູ້ເສິກຊີເກມ ທີ່ປະເທດມາເລເຊຍ ໃນເດືອນສິງຫາ 2017.
  2. Lao Challeng Net Score Division (ແຂ່ງຂັນໂດຍມີແຕ້ມຕໍ່) ແຂ່ງຕາມລະບົບ Gallaway System ແຕ້ມຕໍ່ 36 ສາຍອາວຸໂສ, ສາຍ ກ, ສາຍ ຂ, ສາຍ ຄ.

ສ່ວນລາງວັນ

Lao Challeng Division (ບໍ່ມີແຕ້ມຕໍ່) ມີ 5 ລາງວັນ ເຊິ່ງລາງວັນຊະນະເລີດ ຜູ້ຊະນະຈະໄດ້ຮັບສິດເຂົ້າຄັດຕົວທີມຊາດ ສູ້ສຶກຊີເກມໃນມາເລເຊຍ. ນອກນັ້ນ; ຍັງມີລາງວັນພິເສດຄື: ລາງວັນຕີໄກ, ຕີໃກ້ ແລະ ລາງວັນ Hole In  One ລູກກ໊ອຟທອງຄໍາມູນຄ່າ 100 ລ້ານກີບ ຈາກ Carlsberg ແລະ ຂອງລາງວັນອີກຫຼາຍຢ່າງຈາກຜູ້ສະໜັບສະໜູນ ລວມມູນຄ່າຂອງລາງວັນທັງໝົດ ຫຼາຍກວ່າ 800 ລ້ານກີບ.

ພິເສດ ສໍາລັບຜູ້ມາລົງທະບຽນ ແລະ ຊໍາລະເງິນ ພາຍໃນວັນທີ 23-27 ມັງກອນ 2017 ນີ້ ແມ່ນຈ່າຍຄ່າລົງທະບຽນພຽງແຕ່ 1.000.000 ກີບຕໍ່ທ່ານ ເທົ່ານັ້ນ ຈາກລາຄາເຕັມແມ່ນ 1.200.000 ກີບ.

ສາມາດສອບຖາມຂໍ້ມູນເພີ່ມ ໂທ: 021 216666 ຫຼື 020 55699917,  020 55505944

ແບ່ງປັນ