ວິນາທີຕື່ນເຕັ້ນ ເປັນລົມລົ້ມຄາເວທີ Miss Grand International 2018!!!
ຜ່ານໄປແບບສົດໆຮ້ອນໆໃນຄໍ່າຄືນທີ່ຜ່ານມາ ສຳລັບການປະກວດນາງງາມເວທີລະດັບໂລກ Miss Grand International 2018 ທີ່ຫຼ້າສຸດໄດ້ຮູ້ກັນແລ້ວວ່າສາວງາມທີ່ຄວ້າມົງກຸດອັນຊົງກຽດໃນປີນີ້ໄປກໍຄື Miss Paraguay ແລະ ເຮັດເອົາຊ໋ອກໂລກແບບໃຈຫາຍໃຈຄວໍ້າໄປກວ່ານັ້ນກໍຄືໄດ້ເກີດເຫດການທີ່ບໍ່ຄາດຝັນ ເພາະວິນາທີແຫ່ງຄວາມຕື່ນເຕັ້ນ ເມື່ອພິທີກອນໄດ້ປະກາດວ່າ Clara Sosa ສາວງາມຈາກປະເທດ Paraguay ໄດ້ເປັນ Miss Grand International 2018 ກໍເຮັດໃຫ້ນາງເກີດຄວາມດີໃຈ ແລະ ມີອາການໜ້າມືດ ຊົງຕົວບໍ່ຢູ່ຈົນເປັນລົມລົ້ມລົງໄປໃນທີ່ສຸດ. (ມີຄລິບ) ວິນາທີ Miss Grand Paraguay ເປັນລົມ ເມື່ອໄດ້ຍິນປະກາດຊື່ເປັນ #MissGrandInternational2018 #ມົງແບບໃດໃຫ້ໂລກຈື່ Posted by ນາງງາມລາວ on Thursday, October 25, 2018 ແຕ່ຈາກການປະຖົມພະຍາບານໃນເບື້ອງຕົ້ນກໍເຮັດໃຫ້ Miss Grand International 2018 ດີຂຶ້ນ ແລະ ລຸກຂຶ້ນມາຮັບມົງກຸດ ແລະ ຍ່າງເສີດສາຍເທິງເວທີ ທ່າມກາງສາຍສາຊາວໂລກໄດ້ຢ່າງງົດງາມ (ຂໍສະແດງຄວາມຍິນດີນຳຫຼາຍໆ) (ຂໍຂອບໃຈຄລິບ)
Copy and paste this URL into your WordPress site to embed
Copy and paste this code into your site to embed