Breaking News

ມີແຟນແລ້ວ! ບາບີ້ ປິຍະມາດ

ແບ່ງປັນ

ວ້າຍໆໆໆ! ເປີດໂຕກັນແບບບໍ່ມີກັກກັນເລີຍສຳລັບຄູ່ຮັກດາລາສາວ ບາບີ້ ປິຍະມາດ ກັບຫວານໃຈໜຸ່ມ Hip Hop ນັ້ນກໍຄືໜຸ່ມ ອະເລັກ L.O.G,  ຊະນີIndy ເຂົ້າໄປສ່ອງ IG ຂອງທັງສອງແລ້ວຮູ້ສຶກຮ້ອນແກ່ນຫູແກ່ນຕາ ເພາະທັງສອງມີຄວາມໜ້າຮັກ ແບບຫວານເວີ້ຈົນບໍ່ປານີຂາເມົ້າກັນເລີຍ ແຖມດຸໝັ່ນສ້າງຄວາມຫວານໃຫ້ກັນຕະຫຼອດ, ຫຼ້າສຸດໜຸ່ມ ອະເລັກ ກໍມີການເຊີໄພ້ໃນວັນເກີດສາວບາບີ້ໂດຍການຫອບດອກໄມ້ຊໍ່ງາມໄປໃຫ້ວ່າຊັ້ນ…ຈົນເຮັດໃຫ້ມີແຟນໆເຂົ້າໄປຕາມໄລ້ ແລະ ຄອມເມັ້ນກັນ IG ຈົນຈະລະເບີດ, ໂອ້ຍເນາະ! ຊະນີIndy ຄືບໍ່ມີຜູ້ບ່າວມາເຮັດແບບນີ້ໃຫ້ແດ່ນໍ້ (555) ແຕ່ຢ່າງໃດ ຊະນີIndy ເບິ່ງແລ້ວຄູ່ນີ້ກໍໜ້າຮັກດີ ມີຄວາມຫວານເວີ້ ແຕ່ຖ້າຫວານກ່ອນນີ້ອີກໜ້ອຍໜຶ່ງລະວັງມົດຕອມເດີ້!!!

ຂໍຂອບໃຈຮູບພາບຈາກ: barbie_piyamarth/aleqs

ແບ່ງປັນ