ມີຄວາມໝາຍແນວໃດ? ກັບຊຸດປະຈຳຊາດຂອງ ຕູ່ ທິດາ ທີ່ຈະໃຊ້ເຂົ້າປະກວດໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ

ຫຼ້າສຸດກໍມີການເຜີຍໃຫ້ໄດ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ໃນການປະກວດສາວງາມເວທີລະດັບໂລກ Miss Tourism International 2018 ທີ່ຈັດຂຶ້ນທີ່ ປະເທດ ມາເລເຊຍ, ເຊິ່ງປີນີ້ຕົວແທນສາວງາມປະເທດລາວທີ່ເດີນທາງໄປປະກວດກໍຄື ທິດາ ສິດທິໄຊ (ຕູ່) Miss Tourism International Laos 2018 ເຊິ່ງບອກເລີຍວ່ານາງມີຄວາມພ້ອມຢ່າງເຕັມທີ່ໃນການປະກວດໃນປີນີ້. ເຊິ່ງຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າແຂ່ງຂັນໃນເວທີ Miss Tourism International 2018  ມີຊື່ວ່າ “ສາວເຂັນຝ້າຍ” ໄດ້ແຮງບັນດານໃຈມາຈາກຊົນເຜົ່າຜູ້ໄທທາງພາກໃຕ້ແຂວງສະຫວັນນະເຂດ. ເຊິ່ງເປັນຊົນເຜົ່າທີ່ສືບທອດກັນມາແຕ່ປູ່ຍ່າຕາຍາຍທາງດິນແດນໃຕ້, ແຕ່ຜ້າຝ້າຍລາວກໍມີເກືອບທຸກພາກໃນປະເທດລາວທີ່ມີລວດລາຍທີ່ງົດງາມ ແລະ ເປັນເອກະລັກທີ່ແຕກຕ່າງກັນ. ວິທີການເຮັດໂດຍໄດ້ນຳເອົາວັດຖຸດີບເປືອກໄມ້ຈາກທຳມະຊາດມາປະສົມປະສານຕົ້ມເປັນແມ່ສີ, ເພື່ອນຳມາຍ້ອມເສັ້ນຝ້າຍທີ່ເຂັນອອກຈາກດອກຝ້າຍ ແລະ ນຳມາຕາກແຫ້ງ. ຈາກນັ້ນກໍນຳເອົາເສັ້ນຝ້າຍທີ່ຍ້ອມສີແລ້ວມາເຂັນເພື່ອນຳໄປຕ່ຳເປັນຜຶນຜ້າ. ເພາະວ່າແມ່ຍິງລາວມີຄວາມຜູກພັນກັບການນຸ່ງສີ້ນ ແລະ ການຕໍ່າຫູກທີ່ບໍ່ສາມາດແຍກອອກຈາກກັນໄດ້ ການເຂັນຝ້າຍຕໍ່າຫູກເປັນຄຸນສົມບັດປະຈຳໃຈຂອງແມ່ຍິງລາວ, ຄວາມງາມລວດລາຍຂອງຜ້າສີ້ນແຕ່ລະຜືນແມ່ນເກີດຈາກສີມື, ຄວາມສາມາດ, ການປະດິດຄິດສ້າງຂອງແມ່ຍິງລາວທີ່ມີຄຸນຄ່າ ແລະ ຖືກຍອມຮັບໃນສັງຄົມລາວທີ່ສືບທອດມາແຕ່ດຶກດຳບັນ. ເປັນເອກກະລັກຂອງຊົນເຜົ່າ ແລະ ຂອງຊົນຊາດ, ຈິ່ງເປັນກິດຈະກຳອັນສຳຄັນຂອງແມ່ຍິງລາວເປັນເອກກະລັກຂອງຊົນເຜົ່າຜູ້ໄທ ແລະ ເປັນເອກະລັກຂອງຊາດລາວໄວ້ຢ່າງຫມັ້ນຄົງ ແລະ ຕະຫລອດໄປ ສຳລັບ ຕູ່ ທິດາ ໄດ້ຖືກຄັດເລືອກເປັນ ນາງສາວທ່ອງທ່ຽວລາວສາກົນປີ 2018 … Continue reading ມີຄວາມໝາຍແນວໃດ? ກັບຊຸດປະຈຳຊາດຂອງ ຕູ່ ທິດາ ທີ່ຈະໃຊ້ເຂົ້າປະກວດໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ