Breaking News

ຫົວເຫວີຍແຈກລາງວັນໃຫ່ຍໃຫ້ຜູ້ໂຊກດີ

ແບ່ງປັນ

ລາງວັນລົດໃຫຍ່ Ford Fiesta ຜູ້ໂຊກດີແມ່ນ ນາງ ຈັນຄໍາ ພົນທອງສີ ປະຊາຊົນແຂວງຫຼວງນໍ້າທາ ໂດຍການເປັນກຽດມອບ ລາງວັນຄັ້ງນີ້ແມ່ນ ທ່ານ ຊູຈີຢອງ ຜູ້ອໍານວຍຍການຝ່າຍອຸປະກອນໂທລະສັບຂອງຫົວເຫວີຍປະຈໍາລາວ ແລະ ທ່ານ ຈຽງຟູ່ຫຼົງ ຜູ້ອໍານວຍການໃຫຍ່ ບໍລິສັດ MKE.

ຜູ້ໂຊກດີທີ່ໄດ້ຮັບລາງວັນໃນຄັ້ງນີ້ກ່າວວ່າ: ເພີ່ນໄດ້ຊື້ ໂທລະສັບຫົວເຫວີຍ ລຸ້ນ GR5 2017 ຢູ່ທີ່ແຂວງຫຼວງນໍ້າທາ ເປັນຂອງຂວັນປີໃໝ່ໃຫ້ກັບລູກສາວ ພໍຂູດຊິງໂຊກພົບລາງວັນຕົວເອງກໍຕົກໃຈ ແລະ ບໍ່ຢາກເຊຶ່ອເລີຍ ຈຶ່ງໄດ້ໂທສອບຖາມກັບພະນັກງານ ແລະ ພະນັກງານກໍມີການຕິດຕໍ່ກັບໃຫ້ມາຮັບເອົາຂອງລາງວັນຢູ່ທີ່ນະຄອນຫຼວງວຽງຈັນ, ໃນໂອກາດນີ້ຂ້າພະເຈົ້າກໍຂໍຂອບໃຈທາງ ບໍລິສັດຫົວເຫວີຍ ທີ່ມີ “ໂປຼໂມຊັນ” ດີໆແບບນີ້ ຂ້າພະເຈົ້າເຊື່ອວ່າທ່ານໃດທີ່ຊື້ຫົວເຫວີຍເວົ້າໄດ້ເລີຍວ່າໄດ້ທັງມືຖື ຫົວເຫວີຍງາມໆໄປໃຊ້ ແລະ ໄດ້ທັງລົດງາມໆໄປຂັບອີກ.

ທ່ານ ຊູຈີຢອງ ໄດ້ກ່າວວ່າ: ໃນປີທີ່ຜ່ານມາ, ຫົວເຫວີຍໄດ້ລົງທຶນຢ່າງມະຫາສານ ເຂົ້າໃນການຂະຫຍາຍຕະຫຼາດ, ພັດທະນາບຸກຄະລາກອນ ຈັດກິດຈະກໍາສົ່ງເສີມການຂາຍ ແລະ ການບໍລິການຫຼັງການຂາຍ ເພື່ອຈະມອບເຕັກໂນໂລຊີທີ່ທັນສະໄໝ ແລະ ມອບສິ່ງດີທີ່ສຸດໃຫ້ກັບຜູ້ບໍລິິໂພກ ແລະ ພວກເຮົາຫວັງວ່າ ລູກຄ້າຂອງຫົວເຫວີຍຈະສືບຕໍ່ສະໜັບສະໜູນຫົວເຫວີຍ, ທີ່ສໍາຄັນແມ່ນ ພວກເຮົາຈະປັບປຸງການບໍລິການລູກຄ້າຂອງເຮົາໃຫ້ດີຂຶ້ນເລື້ອຍໆ, ສືບຕໍ່ຊ່ວຍເຫຼຶອສັງຄົມລາວ, ການສະໜັບສະໜູນດ້ານຕ່າງໆ ບໍ່ວ່າຈະເປັນກິລາ ແລະ ການສຶກສາ.

ແບ່ງປັນ