Breaking News

ມຊ ເອັຟຊີ ຈະບໍ່ມີນັກເຕະບານຄົນຕ່າງປະເທດ

ແບ່ງປັນ

ໃນມື້ນີ້ Gossip Sport ຈະນໍາເອົາຂ່າວກ່ຽວກັບ ມຊ ເອັຟຊີ ມາເວົ້າສູ່ທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍຟັງ  ສະໂມສອນ ມຊ ເອັຟຊີ ໃນຖານະນ້ອງໃໝ່ທີ່ໄດ້ຄວ້າອັນດັບ 5 ໃນການແຂ່ງຂັນ ລາວພຣີເມຍລີກ 2016 ດ້ວຍກໍາລັງຂອງນັກເຕະບານຕ່າງປະເທດເກືອບ 10 ຄົນ ແຕ່ວ່າ ລາວພຣີເມຍລີກ 2017 ຈະບໍ່ຄືເກົ່າ ເພາະທາງສະໂມສອນໄດ້ປ່ອຍຕົວນັກເຕະບານຄົນຕ່າງປະເທດ ຈໍານວນ 7 ຄົນ ອອກຈາກທີມໄປໝົດແລ້ວ ແລະ ຈະຫັນມາເປີດໂອກາດໃຫ້ນັກເຕະບານລາວໄດ້ ເກັບກ່ຽວປະສົບການ ແລະ ໄດ້ສະແດງຄວາມສາມາດຢ່າງເຕັມທີ່ໃນການແຂ່ງຂັນ ລາວພຣີເມຍລີກ 2017 ລວມທັງຍັງສ້າງຄວາມຫວັງ ໃນການປັ້ນເປັນນັກເຕະຂອງ ມະຫາວິທະຍາໄລແຫ່ງຊາດ ທີ່ຈະໄປຮ່ວມການແຂ່ງຂັນລາຍການຕ່າງໆໃນລະດັບມະຫາວິທະຍາໄລ ອີກດ້ວຍ.

By: Gossip Sport

ແບ່ງປັນ