Breaking News

ຫລິວເຕີຫົວເກີດອຸບັດເຫດ!

ແບ່ງປັນ

ຫລິວເຕີຫົວ ຕົກມ້າໃນຂະນະຖ່າຍໂຄສະນາທີ່ປະເທດໄທ!

ພະເອກລຸ້ນໃຫຍ່ເດີນທາງມາທີ່ ຈັງຫວັດ ນະຄອນລາຊະສີມາ ປະເທດໄທ ເພື່ອຖ່າຍໂຄສະນາຂອງທາງຮ່ອງກົງ ຊຶ່ງຕາມກໍານົດວັນຖ່າຍຕາມແຜນໃນວັນທີ 18-19 ມັງກອນ ແຕ່ກໍມາເກີດອຸບັດຕິເຫດຂຶ້ນ ເນື່ອງຈາກລາວໄດ້ຕົກຈາກຫຼັງມ້າ ຫຼັງຈາກນັ້ນ ທາງທີມງານໄດ້ເຂົ້າປະຖົມພະຍາບານປະກົດວ່າ: ໄດ້ຮັບບາດເຈັບບໍລິເວນກະດູກສັງຫຼັງ ແລະ ນໍາຕົວສົ່ງກັບຮ່ອງກົງເພື່ອຮັກສາຕົວ.

ໃນຂະນະດຽວກັນດຽວກັນ ສື່ທາງຮ່ອງກົງລາຍງານວ່າ: ຫລິວເຕີຫົວກໍາລັງຮັກສາຕົວຢູ່ປະເທດໄທ ແລະ ຕອນນີ້ຍັງບໍ່ມີຂໍ້ສະຫຼຸບຊັດເຈນກ່ຽວກັບອາການບາດເຈັບຂອງນັກສະແດງທ່ານນີ້ ແຕ່ແນວໃດກໍຕາມອຸບັດຕິເຫດຄັ້ງນີ້ກໍບໍ່ສົ່ງຜົນກະທົບເຖິງການຖ່າຍໂຄສະນາແຕ່ຢ່າງໃດ ເພາະວ່າໄດ້ຖ່າຍສໍາເລັດໄປກ່ອນແລ້ວ.

ແບ່ງປັນ