ເກີດເຫດບໍ່ຄາດຄິດໃນຊ່ວງສະຫຼອງປີໃໝ່ 2019 ທີ່ຜ່ານມາ ວູດດີ້ ມິລິນຈິນດາ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ໄດ້ເດີນທາງມາພັກຜ່ອນ ເຮັດບຸນໃສ່ບາດຕ້ອນຮັບປີໃໝ່ ທີ່ ນະຄອນຫຼວງພະບາງ ປະເທດລາວ ແຕ່ໄດ້ເກີດເຫດບໍ່ຄາດຄິດ ເມື່ອພິທີກອນຊື່ດັງໄດ້ໂພສຮູບພາບບາດແຜຜ່ານອິນສະຕາແກຣມ ເຊິ່ງບາດແຜດັ່ງກ່າວມີຢູ່ທີ່ຫົວເຂົ່າ ບໍລິເວນຂາທັງສອງເບື້ອງ ສາເຫດມາຈາກຂີ່ລົດຖີບລົ້ມ ເນື່ອງຈາກມີແມວຕັດໜ້າ…
ຈາກເຫດການດັ່ງກ່າວ ໄດ້ເຮັດໃຫ້ ວູດດີ້ ມີອາການບາດເຈັບສາຫັດ ຈົນເຖິງພັບຂາ ແລະ ຍ່າງບໍ່ໄດ້ ບາດແຜມີອາການບວມ ຈົນໄດ້ມີທີມກູ້ໄພຈາກປະເທດລາວເຂົ້າຊ່ວຍເຫຼືອ ປະຖົມພະຍາບານໃນເບື້ອງຕົ້ນ ໂດຍການໃສ່ເຝືອກ ແລະ ຕໍ່ຈາກນັ້ນກໍໄດ້ມີທີມແພດຈາກປະເທດໄທນຳເຮືອບິນໄປຮັບທີ່ຫຼວງພະບາງກັບສູ່ປະເທດເພື່ອປິ່ນປົວອາການຂອງວູດດີ້ຢ່າງຮີບດ່ວນ.
(ຢ່າງໃດ! ກໍຂໍໃຫ້ ອ້າຍ ວູດດີ້ ເຊົາຈາກອາການບາດເຈັບໄວໆ ແຟນໆຊາວລາວທຸກໆຄົນເປັນຫ່ວງ ແລະ ຍິນດີຕ້ອນຮັບເຂົ້າສູ່ປະເທດລາວສະເໝີເດີ້!!!)
ຮູບພາບ: ig/woodytalk