Breaking News

ຫຸ່ນທີ່ສຸດແຊ໋ບໃຜເຫັນແລ້ວຕ້ອງນໍ້າລາຍໄຫຼ!

ແບ່ງປັນ

 

ໂອ້ ວ້າວ!!! Beauty Guru ຂໍບອກວ່າສຸດຍອດສໍາລັບສາວຄົນນີ້ ສາວ ມີນາ (ວັນມີນາ ພັນທະວົງ) ກັບຫຸ່ນທີ່ສຸດແຊ໋ບຂອງນາງທີ່ໃຜເຫັນແລ້ວຕ້ອງນໍ້າລາຍໄຫຼເປັນທາງຍາວດ້ວຍຄວາມອິດສາ ໃນຮູບຮ່າງທີ່ແສນພຽວບາງ ແລະ Six Pack ທີ່ແສນຈະ Sexy ໂອ໋ຍ!!! ເວົ້າໄປແຫ່ງອິດສາ ແລ້ວໆໆໆ…ສາວໆຢາກຮູ້ບໍ່ວ່າທີ່ສາວ ມີນາ ມີຫຸ່ນດີ Sexy ແບບນີ້ ຍ້ອນຫຍັງ (ຖາມໃຜລະ) ຄໍາຕອບກໍຄື: ເພາະວ່າ…ວ່ານາງອອກກໍາລັງກາຍເປັນປະຈໍານັ້ນເອງ (ມັນຄືສັດຕູຕົວຫຼັກຂອງເຮົາສາວໆທັງຫຼາຍ) ມີນາ ມີເຄັດລັບການອອກກໍາລັງກາຍງ່າຍໆແບບບໍ່ຕ້ອງບັງຄັບຕົວເອງມາຝາກສາວໆວ່າ: ການອອກກໍາລັງກາຍບໍ່ຕ້ອງຫວັງແຕ່ຢາກຈ່ອຍ ຫຸ່ນດີຢ່າງດຽວເຮົາຕ້ອງຄິດວ່າ ອອກກໍາລັງກາຍເພຶ່ອສຸຂະພາບທີ່ດີ ແລະ ອອກໄປເລຶ້ອຍໆເພຶ່ອສຸຂະພາບ ແລະ ສຸຂະພາບນັ້ນລະທີ່ຈໍາມາສູ່ການມີ Six Pack ເອງ ໂອ້!! ພະສົງ ມັນຈະມາແທ້ບໍ່ສາວໆກະລອງເອົາຄໍາແນະນໍາຈາກສາວທີ່ມີ Six Pack ມາແລ້ວໄປປະຕິບັດກັນເບິ່ງນ໋ະຈ໋ະ. ແຕ່ກ່ອນຈະໄປປະຕິບັດຫຍັງກໍ່ຕາມ Beauty Guru ເຕັມໃຈສະເໜີເປັນທີ່ສຸດ!!! ທີ່ຈະຢາກໃຫ້ສາວໆມີສ່ວນຮ່ວມໃນຄວາມອິດສາຂອງ Beauty Guru ກັບຫຸ່ນ ທີ່… ບໍ່ຢາກຈະພັນລະນາ ໄປເບິ່ງກັນເລີຍ!!!

By: Beauty Guru

ເຄຼດິດຮູບຈາກ: Mina Phanthavong

ແບ່ງປັນ