Breaking News

ສາຍ Art ຫ້າມພາດ! “SENGLAO ART GARDEN 2019” ງານວາງສະແດງຮູບພາບຂອງສິລະປິນຊັ້ນນຳຂອງລາວ!!!

ແບ່ງປັນ

ຜ່ານໄປແປັບດຽວກໍເດີນທາງມາຮອດທ້າຍ ເດືອນມັງກອນ ຂອງປີ 2019 ກັນແລ້ວເດີ້ແຟນໆ ສິ່ງທີ່ຄິດໄວ້ວ່າຢາກລົງມືເັຮດ ໄດ້ສຳເລັດແດ່ແລ້ວບໍ່??? ຖ້າວ່າໄດ້ລົງມືເຮັດ ແລະ ປະສົບຜົນສຳເລັດແລ້ວກໍຂໍສະແດງຄວາມຍິນດີ ສ່ວນຄົນທີ່ຍັງ ກໍ່ບໍ່ເປັນຫຍັງ ເພາະການເລີ່ມຕົ້ນໃໝ່ເປັນສິ່ງທີ່ງົດງາມສະເໝີ.

ສະບາຍດີແຟນໆ ຂວັນໃຈ ທຸກໆຄົນ ເປີດຫົວເລື່ອງມາແບບງົດງາມ ເພາະຮູ້ສຶກຕື່ນເຕັ້ນ ມີຄວາມດີໃຈ ແລະ ມີຂ່າວດີທີ່ຈະມາບອກ ມາກ່າວແຟນໆເຖີງງານ ” SENGLAO ART GARDEN 2019″ ເປັນງານອີເວັ້ນດີໆສົ່ງທ້າຍເດືອນມັງກອນ ຂອງຕົ້ນປີ 2019, ງານດັ່ງກ່າວເປັນງານທີ່ຂໍບອກກ່ອນເລີຍວ່າເປັນງານວາງສະແດງຮູບພາບເພື່ອໂຊຜົນງານຂອງບັນດາສິລະປິນ (Artist) ຊັ້ນນຳຂອງລາວເຊັ່ນ:  ອຈ. ມິກ ສາຍລົມ, ອຈ. ພອນມະນີ ແກ້ວມະນີ, ອຈ. ແກ້ວມະນີ ສຸວັນນະລາດ, ອຈ. ສີວິໄລ ສຸວັນນະສິງ, ອຈ. ພູທອນ ແລະ ນັກຮຽນຈາກສະຖາບັນວິຈິດສິນແຫ່ງຊາດ.

ນອກນັ້ນພາຍໃນງານຍັງມີການແຕ້ມຮູບໂຊຈາກທາງສະຖາບັນວິຈິດສິນ, ການແຕ້ມຮູບສຳລັບເດັກນ້ອຍ, ການເພັ້ນຜ້າ-ເພັ້ນໂຕ ແລະ ຍັງມີເມນູອາຫານໃຫ້ທ່ານໄດ້ກິນ ໄດ້ຊີມອີກຫຼາກຫຼາຍ ຮັບຮອງວ່າງານນີ້ຈະເຮັດໃຫ້ທ່ານຮູ້ສຶກປະທັບໃຈ ແລະ ຄຸ້ມຄ່າເມື່ອໄດ້ມາຮ່ວມງານນີ້ງານດຽວເທົ່ານັ້ນ.

ດັ່ງນັ້ນ!!! ພາດງານດີໆແບບນີ້ບໍ່ໄດ້ເລີຍເດີ້ແຟນໆ ງານ “Senglao Art Garden 2019” ຈະຈັດຂຶ້ນໃນວັນທີ 26 ມັງກອນ 2019, ເວລາ 16:00 – 21:00 ໂມງ ທີ່ຮ້ານອາຫານ ແສງລາວ (ເຂົ້າຮ່ວມຟຣີ) ສອບຖາມຂໍ້ມູນເພີ່ມເຕີມໂທ: 030 5880588

ແບ່ງປັນ