Breaking News

ຊີອາໄອ ມອບຄໍາໃນກິດຈະກໍາ “ຮູ້ຮອບໂລກ ຊິງໂຊກ 3ຊັ້ນ”

ແບ່ງປັນ

ຊີອາໄອ ມອບຄໍາໃນກິດຈະກໍາ ຮູ້ຮອບໂລກ ຊິງໂຊກ 3ຊັ້ນ

     ໃນວັນທີ 20 ມັງກອນ 2017 ທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ, ວິທະຍຸສາກົນແຫ່ງປະເທດຈີນປະຈໍາລາວ ໄດ້ຈັດພິທີມອບລາງວັນໃຫຍ່ສາຍຄໍຄໍາໜັກ 2 ບາດ ໃຫ້ແກ່ຜູ້ຟັງວິທະຍຸ CRI FM 33 MHz ທີ່ໂຊກດີຈາກກິດຈະກໍາ ຮູ້ຮອບໂລກ ຊິງໂຊກ 3ຊັ້ນ ປີ 2016 ໃຫ້ກຽດມອບໂດຍທ່ານ ນາງ ສຸດທິດາ (WU YIXING) ຫົວໜ້າວິທະຍຸແຫ່ງປະເທດຈີນ ປະຈໍາລາວ. ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວລາວ, ມີຜູ້ສະໜັບສະໜູນຂອງລາງວັນ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍຜູ້ໂຊກດີ ແລະ ສື່ມວນຊົນເຂົ້າຮ່ວມ.

ຊຶ່ງໃນປີນີ້ມີລາງວັນທັງໝົດ 6 ລາງວັນ ລາຍວັນໃຫຍ່ມີ 1 ລາຍວັນຄື: ຄໍາໜັກ 2 ບາດ, ລາຍວັນຊົມເຊີຍ 3 ລາງວັນ, ລາງວັນທີ 3 ມີ 3 ລາງວັນ, ລາງວັນທີ 2 ມີ 2 ລາງວັນ. ຊຶ່ງຜູ້ທີໄດ້ຮັບລາວັນທີ 1 ປະຈໍາປີນີ້ໄດ້ແກ່ ທ່ານ ຄໍາສະຫວັນ ສີກຸນນະວົງ ໄດ້ຮັບລາງວັນ ຄໍາໜັກ 2 ບາດ.

ກິດຈະກໍາດັ່ງກ່າວແມ່ນໄດ້ຈັດຂຶ້ນເປັນຄັ້ງທີ 3 ແລ້ວ ໃນປີ 2012, 2013 ແລະ ປີ 2016 ກິດຈະກໍາພຽງຊິງຂອງລາງວັນພຽງແຕ່ຟັງວະທະຍຸ CRI FM 33 MHz ແລ້ວສົ່ງຂໍ້ຄວາມສັ້ນເຂົ້າມາຕອບຄໍາຖາມຜ່ານຂໍ້ຄວາມສັ້ນ 3 ເຄືອຂ່າຍຄື: 2930, 5930 ແລະ 7930.

ທ່ານ ນາງ ສຸດທິດາ (WU YIXING) ໄດ້ກ່າວວ່າ: ຈຸດປະສົງໃນການຈັດກິດຈະກໍາ ແມ່ນເພື່ອເປັນການສ້າງຄວາມຮູ້ໃຫ້ແກ່ຜູ້ຟັງ ແລະ ຕອບແທນນໍ້າໃຈໃຫ້ຜູ້ຟັງທີ່ຕິດຕາມຮັບຟັງຄື້ນ CRI FM 33 MHz ແລະ ໃນປີ 2017 ນີ້, CRI ຍັງຈະສືບຕໍ່ກິດຈະກໍາດັ່ງກ່າວນີ້ຕໍ່ໄປ.

 

ແບ່ງປັນ