Breaking News

ຄົນພິການສູ້ຊີວິດ!

ແບ່ງປັນ

ຄົນພິການສູ້ຊີວິດ!

ຊະນີIndy ມີໂອກາດໄດ້ໄປເລາະຫຼິ້ນສວນເຈົ້າອານຸວົງ (ແຄມຂອງ) ແຕ່ບັງເອີນເຫຼືອບຕາໄປເຫັນອ້າຍພິການຄົນໜຶ່ງລາວນັ່ງຂາຍເຄື່ອງເປັນປະເພດແຟ໋ບ ແລະ ນ້ຳຢາລ້າງຖວ້ຍລ້າງຈານຈົນຕົກໃຈ ແລະ ມານັ່ງຄິດວ່າຄົນທີ່ເຂົາພິການກໍຍັງມີກຳລັງໃຈໃນການຫາຢູ່ຫາກິນລ້ຽງຕົວເອງນໍ ແລະ ຊະນີIndy ເອງກໍຍັງໄດ້ມີໂອກາດໄດ້ເຂົ້າໄປເວົ້າໄປລົມກັບລາວຖາມລາວວ່າຂາຍດີບໍ່? (ແຕ່ຄຳຕອບທີ່ໄດ້ມາກໍຍອມຮັບວ່າຟັງບໍ່ຮູ້ເລື່ອງປານໃດ) ແຕ່ກໍຂໍຍົກຍ້ອງຊົມເຊີຍອ້າຍຄົນພິການທີ່ມີຈິດໃຈສູ້ຊີວິດຜູ້ນີ້ເດີ້ທີ່ຍັງມີຄວາມຕັ້ງໃຈທີ່ຈະຫາຢູ່ຫາກິນໂດຍທີ່ບໍ່ບຽດບຽນ ຫຼື ແບມືຂໍເງິນຄົນອື່ນໂດຍການເປັນຂໍທານ, ແລະ ຢາກຝາກເຖິງພວກບັນດາຂີ້ລັກມັກສົກທັງຫຼາຍທີ່ເຫັນໂພສນີ້ແລ້ວຄວນເບິ່ງຕົວເອງຄືນໃໝ່ ແລະ ຄວນອາຍຄົນພິການແດ່ເດີ້ ເພາະເຂົາຍັງຮູ້ຈັກທຳມາຫາກິນດ້ວຍອາຊີບທີ່ຊື່ສັດ.

ຢ່າລືມກົດໄລ້-ກົດແຊຣໃຫ້ຄົນທີ່ທຳມາຫາກິນສູ້ຊີວິດແບບນີ້!

(ຖ້າໃຜໄດ້ໄປຫຼິ້ນແຄມຂອງຖ້າເຫັນອ້າຍພິການຜູ້ນີ້ແລ້ວ ຊື້ຊ່ວຍລາວແດ່ ເພາະລາວໜ້າສົງສານແທ້ໆ)

ແບ່ງປັນ