Breaking News

ໜ້າຮັກຫຼາຍໆ! ກອຟ F.hero ນັກຮ້ອງແຣ໋ບເປີ້ຊື່ດັງຈາກໄທ ພາຄອບຄົວທ່ອງທ່ຽວປະເທດລາວ

ແບ່ງປັນ

Hello!!! ທັກທາຍສະບາຍດີແຟນໆ ຂວັນໃຈ ທີ່ໜ້າຮັກທຸກໆຄົນ ທ້າຍອາທິດທີ່ຜ່ານມາທຸກໆຄົນໄດ້ໄປທ່ອງທ່ຽວ ໄດ້ໄປເຮັດກິດຈະກຳກັບຄອບຄົວຢູ່ໃສກັນແດ່?ເພາະຫຼ້າສຸດມີຂ່າວສານຂອງ ນັດຖະວຸດ ສີໝອກ ຫຼື ກອຟ F.hero ນັກຮ້ອງແນວແຣ໋ບເປີ້ຄົນດັງຈາກປະເທດໄທ ທີ່ເດີນທາງມາຫລິ້ນຄອນເສີດໃນທ້າຍອາທິດທີ່ຜ່ານມາ ແລະ ຍັງບໍ່ພາດທີ່ຈະພາຄອບຄົວທີ່ໜ້າຮັກຂອງເພິ່ນມາທ່ອງທ່ຽວໃນນະຄອນຫຼວງວຽງຈັນ ປະເທດລາວເຮົານຳອີກ…

ຮູບພາບຄອບຄອບຄົວຂອງ ກອຟ F.hero ມາພ້ອມກັບ ນ້ອງ ຊູໃຈ ຂວັນໃຈແຟນໆ ແລະ ພັນລະຍາຂອງເພິ່ນ ທີ່ສວນປະຕູໄຊ ນະຄອນຫຼວງວຽງຈັນ ປະເທດລາວ 

ແລະ ຍັງບໍ່ໝົົດແຕ່ພຽງເທົ່ານັ້ນເພາະຍັງມີຮູບພາບຂອງ ແມ່ຕູ້ຍ່າ ແລະ ແມ່ເຖົ້າ ຂອງ ນ້ອງຊູໃຈ ທີ່ ພຣະທາດຫຼວງວຽງຈັນ ອີກດ້ວຍ (ໜ້າຮັກແທ້ໆ)

ເປັນແນວໃດກັນແດ່? ໄດ້ເຫັນຮູບພາບທີ່ໜ້າຮັກຂອງຄອບຄົວ ກອຟ F.hero ແຣ໋ບເປີ້ຄົນດັງຈາກປະເທດໄທ ທີ່ພາຄອບຄົວເດີນທາງມາທ່ອງທ່ຽວປະເທດລາວເຮົາແລ້ວໜ້າຮັກສຸດໆເລີຍແມ່ນບໍ່ ໂດຍສະເພາະ ນ້ອງ ຊູໃຈ ໜ້າຮັກຫຼາຍໆ…

ຢ່າງໃດກໍຂໍຕ້ອງຮັບ ກອຟ F.hero ແລະ ຄອບຄົວທີ່ໜ້າຮັກຂອງເພິ່ນ ເຂົ້າສູ່ປະເທດລາວ ໂອກາດໜ້າຢ່າລືມພາ່ ນ້ອງ ຊູໃຈ ແລະ ຄອບຄົວມາຢ້ຽມຢາມ ປະເທດລາວອີກແດ່ເດີ້!!!

ຂໍຂອບໃຈຮູບພາບ: IG/ftodah

ແບ່ງປັນ