Breaking News

ສະເໜ!ສາວມົ້ງລາວ ງາມບໍ່ແພ້ຊົນເຜົ່າອື່ນ

ແບ່ງປັນ

ສະເໜ!!! ສາວມົ້ງລາວ ງາມບໍ່ແພ້ຊົນເຜົ່າອື່ນ…

ປະເທດລາວເປັນປະເທດທີ່ປະກອບດ້ວຍຫຼາຍຊົນຊາດ ຊົນເຜົ່າ, ເຜົ່າມົ້ງເປັນອີກຊົນເຜົ່າໜຶ່ງທີ່ດໍາລົງຊີວິດ ແລະ ເປັນຊົນເຜົ່າທີ່ສໍາຄັນຢູ່ໃນປະເທດລາວເຮົາ, ການລົງຊີວິດຂອງຊົນເຜົ່າມົ້ງກໍຄືກັນກັບຊົນເຜົ່າຕ່າງໆຂອງລາວທົ່ວໄປ ໃນເມຶ່ອກ່ອນນັ້ນຊົນເຜົ່າມົ້ງຈະອາໄສຢູ່ຕາມ ເຂດພູດອຍ ເຊິ່ງຈະມີຄວາມສະດວກໃນການປະກອບອາຊີບຂອງເຂົາເຈົ້າຄື ການເຮັດໄຮ່ ເຮັດສວນນັ້ນເອງ ແຕ່ມາຮອດປັດຈຸບັນຊົນເຜົ່າມົ້ງສ່ວນຫຼາຍໄດ້ມີການຍົກຍ້າຍລົງມາຕັ້ງຖິ່ນຖານຢູ່ຮ່ວມກັບຊົນເຜົ່າລາວລຸ່ມຕາມສະຖານທີ່ຕ່າງໆ ເຖິງຈະມາຢູ່ຮ່ວມກັນຫຼາຍຊົນເຜົ່າແຕ່ຊົນເຜົ່າມົ້ງກໍມີວັດທະນະທໍາທີ່ເປັນເອກະລັກຂອງຕົວເອງ ແລະ ປະຕິບັດກັນມາແຕ່ສະໄໝປູ່ຍ່າ ຕານາຍຈົນມາຮອດປັດຈຸບັນກໍຍັງປະຕິບັດກັນຢູ່ ແຕ່ວັດທະນະທໍາທີ່ BeautyGuru ເອົາມາຕ້ອນແຟນໆຂວັນໃຈໃນມື້ນີ້ ກໍຄືວັດທະນະທໍາການນຸ່ງຖືທີ່ເປັນເອກະລັກຂອງຊົນເຜົ່າມົ້ງນັ້ນເອງ ເຊິ່ງວ່າຈະມີຄວາມງາມ ແລະ ແຕກຕ່າງຈາກເຜົ່າອື່ນໃນ ປະເທດລາວເຮົາແນວໃດນັ້ນ ເຮົາໄປເບິ່ງພ້ອມກັນເລີຍ.

 

 

By: BeautyGuru

ເຄຼດິດຮູບຈາກ: ສາວມົ້ງ Saomhong

ແບ່ງປັນ