Breaking News

ເກັ່ງຫຼາຍເດັກລາວ! ສ້າງປະຫວັດສາດໜ້າໃໝ່ຜ່ານເຂົ້າຮອບຊິງຊະນະເລີດ ຈະພົບກັບທີມຊາດໄທ 21 ພຶດສະພາ 2019 ນີ້ (ຂໍກຳລັງໃຈໃຫ້ນ້ອງໆດ່ວນ!)

ແບ່ງປັນ

#ແຊຣໄປໃຫ້ໂລກຮູ້  ຮີ້ວໆໆໆ…ເຊຍລາວສູ້ໆ!!! ແຖວນີ້ມີໃຜເປັນ FC ນ້ອງໆນັກກິລາຍິງທີມຊາດລາວກັນແດ່ຍົກມືຂຶ້ນໄວໆ ຊ່ວງນີ້ຮູ້ສຶກມີຂ່າວດີລະດັບຊາດມາໃຫ້ໄດ້ປິຕິຍິນດີ ເພາະເທົ່າທີ່ແຟນໆໄດ້ຕິດຕາມຂ່າວສານຂອງນ້ອງໆນັກກິລາຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ໂຊຜົນງານແບບເໝືອເມກ ເອົາຊະນະຫຼາຍນັດລວດ ສ້າງປະຫວັດຫນ້າໃຫມ່ໃຫ້ກັບວົງການບານເຕະລາວ ແລະ ຫຼ້າສຸດຜ່ານເຂົ້າຮອບຊິງຊະນະເລີດໄປພົບກັບ ທີມຊາດໄທ ຈະແຂ່ງຂັນໃນວັນທີ 21 ພຶດສະພາ 2019 ນີ້… 

ເຊິ່່ງວັນທີ 19 ພຶດສະພາ 2019 ຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1 ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຮອບຮອງຊະນະເລີດ ທີມຊາດລາວ ພົບກັບ ທີມຊາດ ຟີລິບປິນ

ເກມການແຂ່ງຂັນນັດດັ່ງກ່າວ ທ່ານ​ ນາງ​ ພອນທິບ​ ແສງມະນິ ຫົລຫນ້າຄູຝຶກ​ ທີມຊາດລາວ ໄດ້ສົ່ງນັກກິລາຕົວຫລັກລົງສະຫນາມເປັນຕົວຈິງ ນຳໂດຍ ເບີ 5 ວິໄລພອນ ແພງຊະນະ ຫົວຫນ້າທີມ, ເບີ 8 ເປ້ ພົມພັກດີ, ເບີ 2 ໃຈຄຳ ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດ ຟີລິບປິນ 3-1 ໂດຍ ທີມຊາດລາວ ໄດ້ 2 ປະຕູ ຈາກ ເບີ 8 ເປ້ ພົມພັກດີ ນາທີ 1, 43 ແລະ 1 ປະຕູ ຈາກ: ເບີ 4 ທິບປະກອນ ສີວົງລາດ ນາທີ 22,

ຈາກໄຊຊະນະດັ່ງກ່າວ ສົ່ງຜົນໃຫ້ ທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 15 ປີ ສ້າງປະຫວັດຫນ້າໃຫມ່ໃຫ້ກັບວົງການບານເຕະລາວ ຜ່ານເຂົ້າຊີງຊະນະເລີດ ເຊິ່ງຈະພົບກັບ ທີມຊາດໄທ.

ແລະ ໃນວັນອັງຄານ ວັນທີ 21 ພຶດສະພາ 2019​ ເວລາ​ 18.00 ທີມຊາດລາວ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1.  (ຝາກເປັນກຳລັງໃຈໃຫ້ນ້ອງໆກັນຫຼາຍໆເດີ້ຄົນລາວ)

#ແຊຣເພື່ອເປັນກຳລັງໃຈໃຫ້ນ້ອງໆນັກກິລາບານເຕະຍິງທີີມຊາດລາວ #ເຊຍລາວສູ້ໆ #ແຊຣໄປໃຫ້ໂລກຮູ້ 

ທີ່ມາ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation 

(ຂ່າວທີ່ກ່ຽວຂ້ອງ)

ຂໍສະແດງຄວາມຍິນດີ! ນັກເຕະຍິງທີມຊາດລາວ ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ (ຟອມດີຫຼາຍ ແຊຣເປັນກຳລັງໃຈໃຫ້ເດັກລາວ)

ແບ່ງປັນ