Breaking News

ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ!

ແບ່ງປັນ

 

ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ!

ກຣີດໆໆໆ…ໃນ IG ຂອງ Superstar ອັ້ມ ພັດຊະຣາພາ ໄດ້ໂພສຮູບເຊີນຊວນສາວົກແຟນຄຣັບ ເພາະນາງກຳລັງຈະເດີນທາງມາລາວໄວໆນີ້ ໃນວັນເສົາ ວັນທີ 28 ມັງກອນ 2017 ຢູ່ທີ່ຫ້າງວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ ເວລາ 15.45 ນາທີ ແລະ Superstar ອັ້ມ ຍັງໄດ້ເປີດເຜີຍອີກວ່າການເດີນທາງມາປະເທດລາວເຮົາໃນເທື່ອນີ້ເປັນການມາເທື່ອທຳອິດຂອງນາງເລີຍກໍວ່າໄດ້.

ໝູ່ຄົນໃດທີ່ມັກໃນຜົນງານຂອງ ອັ້ມ ພັດຊະຣາພາ ໄຊເຊື້ອ…ໄປເຈິກັນແນ່ນອນເດີ້ເພື່ອນໆ ແລະ ໜຶ່ງໃນນັ້ນມີ ຊະນີIndy ນໍາເດີ້ (555)

 

ທີ່ມາຈາກ: aum_patchrapa

ແບ່ງປັນ