Breaking News

ດວງ 12 ລາສີ ປະຈຳອາທິດ ທີ່ 25-31 ກໍລະກົດ

ແບ່ງປັນ

ດວງ 12 ລາສີ ປະຈຳອາທິດ ທີ່ 25-31 ກໍລະກົດ

  • ລາສີມັງກອນ: ຜູ້ທີ່ເກີດ 15 ມັງກອນ – 12 ກຸມພາ

ການງານ: ຈະມີການຍ້າຍວຽກ ຫຼື ເດີນທາງໄກແບບກະທັນຫັນ ເຊິ່ງຍ້າຍໄປທຳອິດອາດບໍ່ລົງໂຕປານໃດ ແຕ່ຕໍ່ໄປຈະດີເອງ

ການເງິນ: ຈະໄດ້ເງິນຈາກວຽກເກົ່າໆ ຫຼື ຈາກການຂາຍເຄື່ອງເກົ່າທີ່ມີຄ່າ

ຄວາມຮັກ: ຄົນຮັກທີ່ມາເລັ່ງເອົາຄຳຕອບຈາກທ່ານ ແລະຖ້າທ່ານຍັງບໍ່ພ້ອມ ຢ່າໄປຕອບຕົກລົງ ເພາະອາດຈະມາຖຽງກັນພາຍຫຼັງ

 

  • ລາສີກຸມ: ຜູ້ທີ່ເກີດ 13 ກຸມພາ – 15 ມີນາ

ການງານ: ທ່ານຈະມີຊື່ສຽງ ແລະ ໄດ້ຮັບຜົນຕອບແທນຈາກວຽກເກົ່າໆ

ການເງິນ: ຈະໄດ້ເງິນກ້ອນໃຫຍ່ຈາກການຂາຍເຄື່ອງມີຄ່າ ເຊິ່ງຂາຍໃຫ້ແກ່ໝູ່ເກົ່າ

ຄວາມຮັກ: ຄວາມຮັກຍັງບໍ່ທັນດີປານໃດ ຢ່າໄປຕອບຕົກລົງກັບໃຜໃນຊ່ວງນີ້ ເນື່ອງຈາກຍັງບໍ່ມີໃຜ ຈິງຈັງ ແລະ ຈິງໃຈກັບທ່ານເທື່ອ

 

  • ລາສີມີນ: ຜູ້ທີ່ເກີດ 16 ມີນາ – 12 ເມສາ

ການງານ: ຊ່ວງນີ້ວຽກງານໂດດເດັ່ນ ມີແຕ່ຄົນກ່າວຍ້ອງ

ການເງິນ: ຈະໄດ້ເງິນກ້ອນໃຫຍ່ຈາກການສ່ຽງໂຊກ ຫຼື ການຂາຍຄວາມຄິດ

ຄວາມຮັກ: ຄວາມຮັກສົດໃສ ຈະມີທັງຄົນເກົ່າ ຄົນໃໝ່ເຂົ້າມາໃຫ້ເລືອກ ແລະ ທ່ານກໍເລືອກໄດ້ດີນຳອີກ

 

  • ລາສີເມກ: ຜູ້ທີ່ເກີດ 13 ເມສາ – 14 ພຶດສະພາ

ການງານ: ຈະຂາດເງິນໝູນວຽນ ແລະ ສົ່ງຜົນກະທົບເຖິງວຽກງານປະຈຳນຳອີກ

ການເງິນ: ທ່ານຈະພົບພາວະເງິນຝືດ ແລະ ຕ້ອງໄດ້ໝູນເງິນດ້ວຍການກູ້ຢືມ

ຄວາມຮັກ: ຄວາມຮັກກໍຝືດໄປຕາມເງິນ ຈຶ່ງບໍ່ຄວນຟ້າວຊອກຫາໃນຊ່ວງນີ້ ເພາະຈະມີຄົນຫວັງແຕ່ເງິນເຂົ້າມາ

 

  • ລາສີພຶກ: ຜູ້ທີ່ເກີດ 15 ພຶດສະພາ – 14 ມິຖຸນາ

ການງານ: ໃຫ້ລະວັງເພື່ອນຮ່ວມງານ ອາດຈະແທງທ່ານລັບຫຼັງ ຟ້ອງເຈົ້ານາຍ ແລະ ເຮັດໃຫ້ທ່ານຖືກຈັບຕາມອງຈາກຫົວໜ້າ

ການເງິນ: ຈະມີການຈ່າຍເງິນກ້ອນໃຫຍ່ກ່ຽວກັບຄະດີຄວາມ ຫຼື ການຄ້ຳປະກັນ

ຄວາມຮັກ: ຊ່ວງນີ້ໃຫ້ມິດໆໄວ້ຈະດີກວ່າ ເພາະຖ້າມີບັນຫາກັບໃຜ ທ່ານກໍຕົກໃນທ່າເປັນຮອງໝົດ

 

  • ລາສີເມຖຸນ: ຜູ້ທີ່ເກີດ 15 ມິຖຸນາ – 15 ກໍລະກົດ

ການງານ: ໃຫ້ລະວັງກ່ຽວກັບເອກະສານສັນຍາ ຫຼື ຂໍ້ຕົກລົງໃຫ້ດີໆ

ການເງິນ: ຈະໄດ້ເງິນເກົ່າໆຄືນ ບໍ່ວ່າຈະແມ່ນໜີ້ເກົ່າ ຫຼື ເງິນຈາກວຽກເກົ່າໆ

ຄວາມຮັກ: ຄົນທີ່ມີບັນຫາຂັດແຍງກັບຄົນຮັກ ຈະໂຊກດີ ມີຄົນເຂົ້າມາໃຫ້ຄຳປຶກສາ ແກ້ບັນຫາຊ່ວຍ

 

  • ລາສີກໍລະກົດ: ຜູ້ທີ່ເກີດ 16 ກໍລະກົດ – 16 ສິງຫາ

ການງານ: ຫຸ້ນສ່ວນ ຫຼື ຄົນຮັກ ຈະຊ່ວຍໃຫ້ວຽກງານຂອງທ່ານປະສົບຜົນສຳເລັດ

ການເງິນ: ຈະໄດ້ຈ່າຍເງິນກ້ອນໃຫຍ່ ເພາະມີໝູ່ເພື່ອນມາຂໍຢືມ ແລະ ບໍ່ສົ່ງຄືນທ່ານ

ຄວາມຮັກ: ຄວາມຮັກສົດໃສ ຜູ້ໃຫຍ່ເຫັນດີ ແລະ ເກື້ອໜຸນ ເຊິ່ງອາດຈະເຖິງງານໝັ້ນງານແຕ່ງໃນໄວໆນີ້

 

  • ລາສີສິງ: ຜູ້ທີ່ເກີດ 17 ສິງຫາ – 16 ກັນຍາ

ການງານ: ຈະມີຜົນງານເປັນທີ່ພໍໃຈ ແລະ ໄດ້ຜົນຕອບແທນທີ່ຄຸ້ມຄ່າ

ການເງິນ: ຈະມີໂຊກກ້ອນໃຫຍ່ ເປັນເງິນ ຫຼື ສິ່ງຂອງທີ່ມີຄ່າ ຈາກໝູ່ເກົ່າ ຫຼື ເຈົ້ານາຍເກົ່າ

ຄວາມຮັກ: ທ່ານທີ່ມັກຄົນຕ່າງປະເທດ ແລະ ເຄີຍໄດ້ລົມກັນແລ້ວ ຊ່ວງນີ້ຈະມີໂອກາດໄດ້ພົບກັນ ແລະ ມີການຕົກລົງໃນເລື່ອງຂອງອະນາຄົດຮ່ວມກັນ

 

  • ລາສີກັນ: ຜູ້ທີ່ເກີດ 17 ກັນຍາ – 16 ຕຸລາ

ການງານ: ໃຫ້ທ່ານລະວັງເພື່ອນຮ່ວມງານທີ່ເປັນເພດກົງກັນຂ້າມ ເພາະຈະນຳເລື່ອງເດືອດຮ້ອນມາໃຫ້

ການເງິນ: ຈະຖືກທວງໜີ້ເກົ່າທີ່ຄ້າງງຈ່າຍມາດົນ ແລະ ອາດຖືກຟ້ອງຮ້ອງໄດ້ ຖ້າທ່ານປະຕິເສດທີ່ຈະຈ່າຍ

ຄວາມຮັກ: ໃຫ້ລະວັງ ຮັກສາມເສົ້າ ແລະ ທ່ານທີ່ເປັນຄົນກາງຈະເດືອດຮ້ອນ ເພາະຕ່າງຝ່າຍຕ່າງບໍ່ຍອມກັນ

 

  • ລາສີຕຸນ: ຜູ້ທີ່ເກີດ 17 ຕຸລາ – 15 ພະຈິກ

ການງານ: ວຽກງານຂອງທ່ານຈະຖືກສະໜັບສະໜຸນຈາກຄົນລຸ້ນນ້ອງ ຫຼື ຄອບຄົວ ຈົນເປັນທີ່ຮູ້ຈັກ

ການເງິນ: ໃຫ້ລະວັງຈະເສຍເງິນຈາກການແປງເຮືອນ ຫຼື ອຸປະກອນຕ່າງໆ

ຄວາມຮັກ: ຄວາມຮັກເກົ່າໆ ຈະຫວນກັບມາ ແລະ ຖ້າເລິ່ມຕົ້ນໃໝ່ ຈະລົງເອຍດ້ວຍດີ

 

  • ລາສີພິຈິກ: ຜູ້ທີ່ເກີດ 16 ພະຈິກ – 15 ທັນວາ

ການງານ: ຜູ້ໃຫຍ່ຈະແນມເຫັນຄວາມສຳຄັນຂອງທ່ານ ແລະ ມອບວຽກໃຫຍ່ໃຫ້ເຮັດ ເຊິ່ງເປັນພື້ນຖານໃນການກ້າວໄປທາງຫນ້າ

ການເງິນ: ຈະມີຄົນມາຊວນເຮັດທຸລະກິດ ທີ່ໄດ້ເງິນດີ ແຕ່ ຜິດກົດໝາຍ ຄິດໃຫ້ດີໆກ່ອອນຈະຮັບປາກ

ຄວາມຮັກ: ຄົນທີ່ທ່ານບໍ່ຮັກ ແຕ່ບໍ່ຢາກປະຕິເສດ ຈະເຮັດໃຫ້ທ່າເສຍທີ ໃຫ້ລະວັງຕົວໃຫ້ດີ ເພາະມັນຈະເດືອດຮ້ອນພາຍຫຼັງ

 

  • ລາສີທະນູ: ຜູ້ທີ່ເກີດ 16 ທັນວາ – 14 ມັງກອນ

ການງານ: ໃຫ້ລະວັງການຂັດແຍ່ງກັບເພື່ອນຮ່ວມງານ ຫຼື ເຈົ້ານາຍ, ທາງທີ່ດີແມ່ນຄວນປ່ອຍໃຫ້ທຸກຢ່າງເປັນໄປຕາມເງື່ອນໄຂທີ່ບາງຄົນຕ້ອງການກ່ອນ ແລ້ວຈຶ່ງແກ້ໄຂຕາມຫຼັງ

ການເງິນ: ຈະຄ່ອຍໆດີຂຶ້ນ ເນື່ອງຈາກມີລາຍໄດ້ເພີ່ມຂຶ້ນ ຫຼື ໄດ້ເງິນເກົ່າຄືນ ຫຼື ໄດ້ຈາກການສ່ຽງໂຊກ

ຄວາມຮັກ: ຍັງຄົງບໍ່ມີຫຍັງປ່ຽນແປງຫຼາຍ ຄ່ອຍໆເບິ່ງກັນໄປ

 

ແບ່ງປັນ