Breaking News

ເອກະລັກ ປະເພນີລາວ

ແບ່ງປັນ

ເອກະລັກ ປະເພນີລາວເປັນສິ່ງທີ່ດີງາມ ແລະ ປະຕິບັດກັນມາແຕ່ສະໄໝບູຮານ ເມຶ່ອເວົ້າເຖິງປະເພນີ້ແລ້ວ ປະເທດລາວເຮົາເປັນອີກປະເທດໜຶ່ງທີ່ມີເອກະລັກປະເພນີທີ່ດີງາມມາຕັ້ງແຕ່ບູຮານ ແລະ ຍັງຄົງສືບຕໍ່ກັນມາຈົນຮອດປັດຈຸບັນນີ້ ແລະ ມື້ນີ້ BeautyGuru ຈະນໍາເອົາເອກະລັກ ປະເພນີການໃສ່ບາດມາຕ້ອນກັນ ເຊິ່ງ BeautyGuru ເຊຶ່ອວ່າສາວໆຫຼາຍຄົນທີ່ມັກເຮົດບຸນ ໂດຍສະເພາະສາວໆທີ່ມັກໃນການໃສ່ບາດຈະຕ້ອງມັກແນ່ນອນ ເພາະການໃສ່ບາດນອກຈາກຈະເປັນການສືບສານປະເພນີລາວອີກຢ່າງໜຶ່ງແລ້ວ ຍັງເປັການເຮັດບຸນທີ່ເຮັດໄດ້ງ່າຍໆບໍ່ຫຍຸ້ງຍາກ ພຽງແຕ່ສາວໆພະຍາຍາມຕຶ່ນໃຫ້ເຊົ້າຂຶ້ນຈັກໜ້ອຍເພຶ່ອກະກຽມເຄຶ່ອງ ຫຼື ຖ້າສາວໆຄົນໃດຢ້ານບໍ່ທັນກໍສາມາດກະກຽມໄວ້ແຕ່ຕອນກາງຄືນກໍໄດ້ເພຶ່ອໃຫ້ທັນໄປໃສ່ບາດໃນຕອນເຊົ້າກ່ອນໄປວຽກ ກ່ອນໄປໂຮງຮຽນ ຫຼື ໄປໃສກໍຕາມຈະເຮັດໃຫ້ເຮົາສຶກສະບາຍໃຈຂຶ້ນນັ້ນເອງລະຈະສາວໆ ສ່ວນການແຕ່ງຕົວ ຫຼື ການນຸ່ງຖືໃນການໃສ່ບາດນັ້ນສາວໆຫຼາຍຄົນຄົງຮູ້ກັນດີຢູ່່ແລ້ວເພາະເອກະລັກຂອງຄົນລາວກໍແມ່ນການນຸ່ງສິ້ນ, ເສຶ້ອໄໝ ຫຼື ເສຶ້ອສຸພາບ ເກົ້າ ຫຼື ມັດຜົມລະກະບ່ຽງແພຄືກັບເຂົ້າວັດ ຟັງທໍາທົ່ວໄປນັ້ນລະສາວໆ ແລະ ມື້ນີ້ BeautyGuru ກໍມີຮູບງາມໆຂອງການໃສ່ບາດໃນຕອນເຊົ້າມາຕ້ອນສາວໆກັນອີກ!!! ເຮົາໄປເບິ່ງພ້ອມກັນເລີຍ …

By: BeautyGuru

ເຄຼດິດຮູບຈາກ: ວັດທະນະທໍາລາວ

ແບ່ງປັນ