Breaking News

ເຮືອນ 3 ນ້ຳ 4ແມ່ຍິງລາວຄວນຮູ້…!

ແບ່ງປັນ

ສາວໆຮູ້ບໍ່ວ່າສະເໜຂອງແມ່ຍິງລາວເຮົານັ້ນ ນອກຈາກຈະງາມທັງໜ້າຕາ ແລະ ກິລິຍາແລ້ວ ຍັງຕ້ອງປະກອບດ້ວຍສິ່ງນີ້ “ເຮືອນ 3 ນ້ຳ 4” ສາວໆຮູ້ສຶກແນວໃດເມຶ່ອໄດ້ຍິນຄໍານີ້ ເຄີຍໄດ້ຍິນມາແມ່ນບໍ່? ແຕ່ສາວໆບາງຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍຂອງມັນຊັດເຈນເທຶ່ອ ແຕ່ທີ່ BeautyGuru ເອົາມາຕ້ອນສາວໆໃນມື້ນີ້ຮັບຮອງວ່າສາວໆຈະໝົດຂໍ້ສົງໄສເລຶ່ອງ “ເຮືອນ 3 ນ້ຳ 4” ຢ່າງແນ່ນອນ #ເຮືອນສາມ (ເຮືອນ 3) 1. ເຮືອນຄົວ: ເຮັດວຽກເຮືອນຄົວໃຫ້ດີງາມ ເປັນລະບຽບຮຽບຮ້ອຍ ທໍາຄວາມສະອາດເຮືອນຊານໃຫ້ເບິ່ງງົດງາມ, ຂອງໃຊ້ໃນເຮືອນຄົວຈັດໃຫ້ຖືກບ່ຶອນ ຮັບຜິດຊອບງານຄົວກິນ. ນອກຈາກນັ້ນ ວຽກງານຄົວເຮືອນທຸກ ປະເພດແມ່ນໜ້າທີ່ຂອງແມ່ຍິງ. 2. ເຮືອນຜົມ: ຄົນລາວບູຮານທຸກເຜົ່າຊົນແມ່ນເກົ້າຜົມໃຫ້ສວຍງາມສະ ເໝີ, ແຕ່ປັດຈຸບັນນີ້ ມີທັງດັດ, ມີທັງຕັດ, ມີທັງຊອຍ ແຕ່ຈະເຮັດຈັ່ງໃດກໍ ສຸດແລ້ວແຕ່ຕາມໃຈມັກ ທັງນີ້ກໍຕ້ອງຮັບປະກັນຄວາມງາມ, ຄວາມສະອາດ ແລະຖືກກັບໂຄງໜ້າ. 3. ເຮືອນກາຍ: ແຕ່ງກາຍໃຫ້ສະອາດຮຽບຮ້ອຍ ເບິ່ງແລ້ວງາມຕາ ແລະເວລາຢູ່ໃກ້ກໍຮູ້ສຶກດີ. #ນ້ຳສີ່ (ນ້ຳ 4) 1. ນໍ້າດື່ມ: ນໍ້າໜ້າເຮືອນສະໄໝເກົ່າກ່ອນເພີ່ນມີບໍ່ນໍ້າຢູ່ໜ້າເຮືອນໃສ່ກະບວຍໄວ້ພ້ອມ, ຫຼືຕັ້ງໄວ້ໜ້າເດີ່ນບ້ານເລີຍ. ເວລາແຂກໄປໄທມາກໍໄດ້ ຕັກກິນສະບາຍ, ນໍ້າໃນເຮືອນ ຄືນໍ້າໃນເຮືອນຄົວ ຫຼືເຮືອນໃຫຍ່ ອັນນີ້ເປັນ ນໍ້າສຳລັບໃຊ້ສອຍ ແລະ ທັງກິນ ບໍ່ໃຫ້ຂາດແອ່ງຂາດອຸ ຢ່າງນ້ອຍຍາມຫິວ ກາງຄືນກໍໄດ້ຕັກກິນ ຫຼືເມື່ອເກີດເຫດໄຟໄໝ້ຂຶ້ນມາພໍໄດ້ດັບໄຟໃນເບື້ອງ ຕົ້ນໄດ້. ຄົນບູຮານຈຶ່ງມີຄຳເວົ້າວ່າ “ນໍ້າໃນໄຟຟືນ”. 2. ນໍ້າຄຳ: ນໍ້າຄໍານີ້ ເປັນຄໍາເວົ້າຄໍາຈາມ່ວນ ເພາະເສາະໃສ ບໍ່ກັບບໍ່ກອກ ເວົ້າຈາຊື່ກົງສະເໝີຕົ້ນສະເໝີປາຍ. 3. ນໍ້າໃຈ: ເປັນຄົນມີນໍ້າໃຈໂອບອ້ອມອາຣີນໍາສຍາດຕິພີ່ນ້ອງ ແລະເພື່ອນຝູງ. 4. ນໍ້າເຕົ້າປູນ: ຄວາມໝາຍໜຶ່ງແມ່ນ ຄົນລາວບູຮານທຸກເຜົ່າແມ່ນຄ້ຽວ ໝາກທັງຍິງທັງຊາຍ, ສະນັ້ນຄຳວ່າ ນໍ້າເຕົ້າປູນ ບໍ່ຄວນໃຫ້ແຫ້ງ ຄັນນໍ້າເຕົ້າ ປູນແຫ້ງ ເຂົາວ່າຍິງເຮືອນນັ້ນຂີ້ຄ້ານ, ອີກຄວາມໝາຍໜຶ່ງ ຄືນໍ້າເຕົ້າປູນ ຄືພູມຄວາມຮູ້ຂອງແມ່ຍິງທີ່ເປັນແມ່ເຮືອນຕ້ອງມີຄວາມຮູ້ ສະຫຼາດໃນກິດຈະ ການງານທັງປວງ. ສະນັ້ນ, ຍິງງາມນັ້ນແມ່ນຍິງທີ່ມີອົງປະກອບ “ເຮືອນສາມນໍ້າສີ່”. ເປັນຈັ່ງໃດສາວໆໝົດຂໍ້ຂ້ອງໃຈເລຶ່ອງ “ເຮືອນ 3 ນ້ຳ 4” ແລ້ວບໍ່ ແລະ ມື້ໜ້າຖ້າສາວໆຢາກໃຫ້ BeautyGuru ມາເວົ້າເລຶ່ອງຫຍັງກ່ຽວກັບ ເອກະລັກ ວັດທະນະທໍາ ປະເພນີລາວຂອງເຮົາ ກໍສາມາດ Comment ແລະ ຖ້າມັກກະຢ່າລືມກົດ Like ກົດ Share ກັນແນ່ເດີ້ສາວໆ

By: BeautyGuru

ເຄຼດິດຮູບຈາກ: ສະບາຍດີ ປາກເຊ ແລະ ແມ່ຍິງລາວ ຜ້າໄໝລາວ

ແບ່ງປັນ