ຮູ້ຫຼືບໍ່? ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Mister National Universe 2019 ມີຄວາມໝາຍແນວໃດ?

ອັບເດດໃຫ້ແຟນໆໄດ້ຮູ້ກັນແບບຕິດໆ ຫຼ້າສຸດກໍເປີດເຜຍມາແລ້ວສຳລັບ ຊຸດປະຈຳຊາດຂອງ  ໄຊຍະສິດ ສຸລິຍະເຕັນ (ບີ້) Mister National Universe Laos 2019 ທີ່ເປັນຕົວແທນຜູ້ຊາຍລາວໄປປະກວດໃນເວທີ Mister National Universe 2019 ທີ່ປະເທດໄທ ແລະ ກໍເປັນທີ່ຮືຮາ ແລະ ໃຫ້ຄວາມສົນໃນຂອງແຟນໆເຊັ່ນເຄີຍສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ ເຊິ່ງໃນປີນີ້ຊຸດທີ່ໃຊ້ເຂົ້າໃນການປະກວດກໍຄື “ຊຸດສຽງແຄນ ສີພັນດອນ”  ເຊິ່ງ “ຊຸດສຽງແຄນ ສີພັນດອນ” ແຟນໆຮູ້ຫຼືບໍ່ວ່າເປັນອີກໜຶ່ງຊຸດທີ່ມີຄວາມໝາຍບົ່ງບອກເຖິງວັດທະນະທຳ ແລະ ຮີດຄອງປະເພນີລາວ ມີແຮງບັນດານໃຈມາຈາກການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ຕະຫຼອດເໜືອຮອດໃຕ້ ທີ່ມີຄວາມອຸດົມຮັ່ງມີທາງດ້ານຊັບໃນດີນສິນໃນນ້ຳ ກໍລ້ວນແຕ່ມີແມ່ນ້ຳໃຫ່ຍໄຫລຜ່ານປະເທດລາວ ແລະ ປະຊາຊົນສ່ວນໃຫ່ຍໄດ້ອາໄສແມ່ນ້ຳເພື່ອທຳມາຫາກິນ ແລະ ເພື່ອຢາກໃຫ້ຊາວໂລກໄດ້ເຫັນເຖີງວິຖີການດຳລົງຊີວິດຂອງປະຊາຊົນລາວ,  ດັ່ງນັ້ນ! ນັກອອກແບບເລີຍສື່ສານຜ່ານຊຸດດັ່ງກ່າວໃຫ້ໄດ້ເຫັນເຖິງວັດທະນະທຳ-ຮີດຄອງປະເພນີລາວ ເພື່ອຕ້ອງການໄປໂຊໃຫ້ຊາວໂລກໄດ້ເຫັນໂດຍຜ່ານການແຕ່ງກາຍຂອງ Mister National Universe Laos 2019 ນັ້ນເອງ. ໄດ້ເຫັນ“ຊຸດສຽງແຄນ ສີພັນດອນ”  ທີ່ ບີ້ ໄຊຍະສິດ Mister National Universe 2019 Laos 2019 ຈະນຸ່ງໃນເທື່ອນີ້ແລ້ວ, ເອົາເປັນວ່າຝາກແຟນໆເປັນກຳລັງໃຈ ເຊິ່ງປັດຈຸບັນໜຸ່ມລາວຂອງເຮົາກໍເດີນທາງໄປຮ່ວມເກັບຕົວ ແລະ … Continue reading ຮູ້ຫຼືບໍ່? ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Mister National Universe 2019 ມີຄວາມໝາຍແນວໃດ?