ດັ່ງທີ່ແຟນໆໄດ້ຮູ້ໄປແລ້ວວ່າ ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019 ທີ່ຫຼ້າສຸດກໍໄດ້ໄປເປັນຕົວແທນສາວງາມຈາກປະເທດລາວໃນເວທີ Miss Friendship International 2019 ຈັດຂຶ້ນໃນ ສປ.ຈີນ ເຊິ່ງຈະມີຕົວແທນສາວງາມຈາກທົ່ວໂລກເຂົ້າຮ່ວມປະກວດ.
ສິ່ງທີ່ແຟນໆຊາວລາວເຮົາລໍຖ້າ ແລະ ກຽມລຸ້ນ ກຽມເຊຍ ແລະ ມັກເວົ້າເຖິງກັນຫຼາຍທີ່ສຸດກໍຄືຊຸດປະຈຳຊາດ ເຊິ່ງກໍໄດ້ມີການເປີດເຜີຍໃຫ້ໄດ້ເຫັນກັນແລ້ວວ່າຊຸດປະຈຳຊາດລາວທີ່ ຕຸຕູ່ ໄຜ່ທິດາ ຈະສວມໃສ່ເພື່ອສົ່ງເອກະລັກລາວກ້າວສູ່ສາຍຕາຊາວໂລກໃນເວທີ Miss Friendship International 2019 ກໍຄື “ຊຸດລາວປັກດິ້ງຫຼວງພຣະບາງ” ເອີ້ນໄດ້ວ່າເປັນຊຸດທີ່ງົດງາມ ຄົງຄວາມເອກະລັກ ບົ່ງບອກເຖີງຮີດຄອງປະເພນີລາວໄດ້ເປັນຢ່າງດີ
ຊຸດປະຈຳຊາດລາວໃນເວທີການປະກວດ Miss Friendship International 2019 ຈະມາໃນ “ຊຸດປັກດິ້ງສີແດງຫຼວງພຣະບາງ” ທີ່ເປັນເອກະລັກ ສວມໃສ່ໃນແບບບູຮານ ຊັບໂຕ່ງສິ້ນ ເຄື່ອງປະດັບຄຳ ແລະ ຄຳເກົ້າງ່ຽງຂວາ ຫົ່ມສະໄບຊ້າຍ ເພື່ອໃຫ້ໄດ້ກິ່ນອາຍແມ່ຍິງລາວລ້ານຊ້າງໃນສະໄໝກ່ອນ ແຕ່ຈະນຳສະເໜີໃຫ້ເຂົ້າກັບແມ່ຍິງລາວໃນຍຸກປັດຈຸບັນ (ແຊຣໄປໃຫ້ໂລກຮູ້??)
ເອົາເປັນວ່າຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້
ສຳລັບການປະກວດ Miss Friendship International 2019 ຈັດຂຶ້ນທີ່ປະເທດຈີນ ຈະມີມື້ຕັດສິນໃນວັນທີ 27 ກໍລະກົດ 2019 ນີ້ຝາກສົ່ງກຳລັງລັງໃຈໃຫ້ນາງງາມຈາກປະເທດລາວເຮົາຫຼາຍໆເດີ້ແຟນໆ.
#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ #ຮັກລາວເຊຍລາວ ?? ?? ??
ຮູບພາບ: Tutou Phaithida Phothisane – Miss Friendship Laos 2019
Storyteller: ຊະນີIndy
(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)