ກະແສຮ້ອນແຮງ! ນາງງາມລາວເວທີດັງ ຫັນໜ້າເຂົ້າຫາພຣະທຳ “ບວດຊີ” ແບບບໍ່ມີກຳນົດສິກ (ຂໍອະນຸໂມທະນາສາທຸ)
ເປັນກະແສຮ້ອນແຮງທົ່ວໂລກອອນລາຍ ແຟນໆໃຫ້ຄວາມສົນໃຈ ຫຼັງມີຮູບພາບຂອງ ຢຸ້ຍ ສັນທະນີ Miss Supranational Laos 2018 ແຖຫົວເພື່ອບວດຊີ ຖືສິນ 8 ແບບບໍ່ມີກຳນົດສິກ ເຊິ່ງກ່ອນໜ້ານີ້ ເທົ່າທີ່ບັນດາແຟນໆຮູ້ດີແລ້ວ່າ ຢຸ້ຍ ສັນທະນີ Miss Supranational Laos 2018 ຫຼື ແມ່ຊີຢຸ້ຍ ເປັນຄົນມັກເຮັດບຸນ ໄຝ່ໃນທຳມະ ຈົນໄດ້ລາງວັນ ກິດຕິມະສັກສົ່ງເສີມພະພຸດທະສາສະໜາ ຈາກສະຖາບັນ Bodhisastra University (ມະຫາວິທະຍາໄລໂພທິສານ) ສະຫະລັດອາເມລິກາ ແລະ ມາມື້ນີ້ ແມ່ຊີຢຸ້ຍ ກໍໄດ້ລະທາງໂລກ ເຂົ້າສູ່ທາງທໍາເພື່ອສຶກສາພຸດທະສາສະໜາ ຖືໄດ້ວ່າງາມທັງຮູບກາຍທາງນອກ ແລະ ຈິດໃຈພາຍໃນແທ້ໆ (ຂໍອະນຸໂມທະນາສາທຸ) ຂໍອະນຸໂມທະນາສາທຸ ແລະ ເປັນກຳລັງໃຈໃຫ້ ແມ່ຊີຢຸ້ຍ (ຂໍຂອບໃຈຮູບພາບ) Storyteller: ຊະນີIndy
Copy and paste this URL into your WordPress site to embed
Copy and paste this code into your site to embed