Breaking News

ຢາກມີຄູ່ຄອງທີ່ດີ!!! ຄວນເຮັດແນວໃດ?

ແບ່ງປັນ

 

ຄຳວ່າ: “ຄູ່ຄອງ” ຟັງແນວຮູ້ສຶກມີຄວາມໝາຍຫຼາຍແມ່ນບໍ່ສາວໆ ແລະ ເຊຶ່ອວ່າຫຼາຍຄົນກໍຄົງໄຟ່ຝັນຢາກຈະມີ ແຕ່ສາວໆຮູ້ບໍ່ວ່າການທີ່ເຮົາມີຄູ່ນັ້ນບໍ່ແມ່ນວ່າເຮົາຈະມີຄວາມສຸກ, ສົມຫວັງໄປໝົດທຸກຢ່າງ ການທີ່ສອງຄົນຕ້ອງມາຢູ່ຮ່ວມກັນໂດຍທີ່ຕ່າງຄົນຕ່າງພໍ່ຕ່າງແມ່ ບາງຄົນກໍຕ່າງສະຖານທີ່, ຕ່າງຫຼາຍໆຢ່າງເວລາຢູ່ຮ່ວມກັນຈຶ່ງອາດຈະເຮັດໃຫ້ມີການກະທົບກັນ ແລະ ມີບັນຫາບໍ່ລົງຕົວກັນໃນບາງເລຶ່ອງ, ບາງຄູ່ເຖິງຂັ້ນໄປກັນບໍ່ໄດ້ຕ້ອງປະຕ້ອງຮ້າງກັນກໍມີຫຼາຍ ແຕ່ຖ້າສາວໆຄິດຈະມີຄູ່ຄອງແລ້ວຄອງຮັກກັນຢ່າງມີຄວາມສຸກເຈົ້າຕ້ອງໄດ້ຮູ້ຈັກກັບປະໂຫຍກນີ້: “ຄຸນສົມບັດຂອງຄູ່ຄອງທີ່ດີ” ທີ່ BeautyGuru ໄດ້ຮິບໂຮມມາຕ້ອນສາວໆກັນໃນມື້ນີ້: – ຊື່ສັດສຸຈະລິດ – ບໍ່ປົກປິດຄວາມລັບ – ຮູ້ລະງັບອາລົມ – ຊື່ນຊົມໃຫ້ກໍາລັງໃຈ – ໂປ່ງໃສທຸກສະຖານະການ – ບໍ່ກຽດຄ້ານໃນໜ້າທີ່ – ມີມານະອົດທົນ – ສູ້ຊົນໄປພ້ອມກັນ – ຝ່າຟັນອຸປະສັກ – ຮັກດຽວໃຈດຽວ – ກົມກຽວເລື່ອງຄວາມຄິດ – ບໍ່ເກາະຜິດຈັບຖຽງ – ສຸກທຸກຮ່ວມຄຽງ – ບໍ່ຂຶ້ນສຽງຍາມຈາ – ໄປມາບອກຄອບ – ຕອບສະໜອງຄວາມຮັກ – ບໍ່ເກງກົວງານໜັກ – ຈົ່ງຮັກພັກດີ – ຖືກຽດຖືສັກສີ – ເອື້ອອາລີຍາດສອງຝ່າຍ – ດີ ຫຼື ຮ້າຍບໍ່ປ່ຽນແປງ – ເບິ່ງແຍງຍາມເຈັບເປັນ – ບໍ່ລໍາເຂັນຍາມມີທຸກ – ສະແຫວງຫາສູ່ຄອບຄົວ

By: BeautyGuru Cr: ບ.ວັນທາຕະກຸນ ເຄຼດິດຮູບຈາກ: ເລົ່າເລຶ່ອງເມຶອງລາວ

ແບ່ງປັນ