Breaking News

ຄຸ້ມບ້ານທີ່ໜາວທີ່ສຸດໃນໂລກ! ຕິດລົບເຖິງ -71.2°C…

ແບ່ງປັນ

ບັນດາທ່ານຜູ້ອ່ານທີ່ໜ້າຮັກ ມື້ນີ້ເຮົາໄປທ່ຽວຕ່າງປະເທດ ນໍາກັນເທາະ! ໄປສໍາຜັດກັບອາກາດໜາວໆໆຕ່າງປະເທດ ເມື່ອກ້າວເຂົ້າລະດູໜາວ ສໍາລັບຢູ່ປະເທດລາວເຮົາແມ່ນ ຢູ່ທາງພາກເໜືອ ແລະ ທາງພາກໃຕ້ເຂດປາກຊ່ອງ ຖືວ່າອາກາດໜາວຫຼາຍກວ່າແຕ່ລະພາກ ແລະ ເຮົາຄິດວ່າອາກາດໜາວຢູ່ບ້ານເຮົາໜາວສໍ່ານີ້ຖືວ່າໜາວຫຼາຍແລ້ວ ແຕ່ສໍາລັບຢູ່ທີ່ “Oymyakon” ເປັນບ້ານທີ່ຢູ່ໃນປະເທດລັດເຊຍ ເຂົາເຈົ້າຕ້ອງທົນຢູ່ກັບຄວາມໜາວ ທີ່ມີອຸນຫະພູມຕິດລົບ -50 ອົງສາເຊວຊຽດ ແລະ ອາກາດໜາວເປັນເວລາຍາວເຖິງເຄິ່ງປີເລີຍແຫຼະ!! ເມື່ອໄດ້ຍິນວ່າຕິດລົບ -50 °C ກໍຮູ້ສຶກໜາວແລ້ວ!!

Oymyakon ເປັນບ້ານທີ່ຕັ້ງຢູ່ໃນເຂດ ສາທາລະນະລັດ Yakutia ປະເທດລັດເຊຍ ແລະ ລະດູໜາວຂອງທີ່ນີ້ມີອາກາດຕິດລົບດົນເຖິງເຄິ່ງປີ ອຸນຫະພູມຕໍ່າສຸດສະເລ່ຍ -50 °C ແຕ່ກໍຍັງມີລະດູຮ້ອນປະມານ 3 ເດືອນ ອຸນຫະພູມກໍສູງຂຶ້ນສະເລ່ຍປະມານ 30 °C ເຊິ່ງຖືໄດ້ວ່າເວລາຮ້ອນກໍຮ້ອນຫຼາຍ ເວລາໜາວກໍໜາວຫຼາຍເລີຍແຫຼະ!! ຜ່ານມາເຄີຍມີການບັນທຶກສະຖິຕິໄວ້ໃນປີ 1924 ເຄີຍໜາວເຖິງ -71.2°C ແລະ ຮ້ອນເຖິງ 34.6 °C

ເປັນບ້ານທີ່ຕັ້ງຢູ່ດ້ານທິດເໜືອຂອງຂົ້ວໂລກຫຼາຍ ຈຶ່ງມີແສງແດດໜ້ອຍທີ່ສຸດພຽງແຕ່ 3 ຊົ່ວໂມງໃນເດືອນທັນວາ ແລະ ເດືອນມິຖຸນາຈະມີແສງແດດຫຼາຍສຸດເຖິງ 21 ຊົ່ວໂມງ ເຖິງວ່າອາກາດຈະໜາວແຕ່ກໍມີປະຊາກອນອາໄສຢູ່ປະມານ 300.000 ຄົນ ອາຫານຫຼັກສ່ວນຫຼາຍເປັນຊີ້ນສັດ ແລະ ປາ ເພາະອາກາດໜາວຫຼາຍຈົນບໍ່ສາມາດປູກຜັກໄດ້

 

ແບ່ງປັນ