Breaking News

 ລັດຖະບານອະນຸຍາດໃຫ້ທຸກພາກສ່ວນມີສິດປະມູນແລ້ວ

ແບ່ງປັນ

ວັນທີ 2 ກຸມພາ 2017 ນີ້ ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ລັດຖະບານໄດ້ປະກາດວ່າຈະເປີດໄຟຂຽວໃຫ້ທຸກພາກສ່ວນທົ່ວສັງຄົມສາມາດເຂົ້າມາປະມູນຊື້ລົດປະຈຳຕຳແໜ່ງຈຳນວນ 15 ຄັນໃນງວດທໍາອິດນີ້ ປະກອບດ້ວຍ ລົດ BMW/Series7/730li ຈຳນວນ 7 ຄັນ ແລະ ລົດ BENZ/MERCEDES/S350 ຈຳນວນ 8 ຄັນ ສໍາລັບລົດຈຳນວນດັ່ງກ່າວ ແມ່ນຈະໄດ້ຈັດການປະມູນຂາຍດ້ວຍຮູບແບບເປີດກວ້າງທົ່ວສັງຄົມ, ມີຄວາມໂປ່ງໃສ, ຖືກຕ້ອງຕາມລະບຽບກົດໝາຍທີ່ກຳນົດໄວ້ຢ່າງເຂັ້ມງວດ. ໂດຍຄາດວ່າ ຈະສາມາດເລີ່ມເປີດຂາຍຊອງປະມູນ ໃນອາທິດທີ 2 ຂອງເດືອນກຸມພາ 2017.

ເຊິ່ງໃນຕໍ່ໜ້າຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ດໍາລັດສະບັບດັ່ງກ່າວຕື່ມອີກຈົນກວ່າຈະສຳເລັດ. ສຳລັບຜູ້ທີ່ມີຄວາມສົນໃຈຢາກເຂົ້າຮ່ວມປະມູນຊື້ ແມ່ນສາມາດສອບຖາມຂໍ້ມູນ ແລະ ເບິ່ງສະພາບລົດຕົວຈິງໄດ້ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ (ໃນໂມງລັດຖະການ). ສ່ວນວັນເວລາເລີ່ມຂາຍຊອງປະມູນ ແລະ ກຳນົດການເປີດຊອງປະມູນຢ່າງເປັນທາງການນັ້ນ ຄະນະຮັບຜິດຊອບຈະໄດ້ແຈ້ງໃຫ້ຊາບຕາມພາຍຫລັງຕື່ມອີກ.

ຂໍມູນຈາກ: ຂ່າວສານປະເທດລາວ

ແບ່ງປັນ