Breaking News

ປ່ຽນໂສມໜ້າໃໝ່ຂອງ ຮ້ານ ຮາດລັອກ ຄາເຟ

ແບ່ງປັນ

ໃນຕອນຄໍ່າ ວັນທີ 2 ກຸມພາ 2017 ຢູ່ທີ່ ໜ້າໄອເຕັກມໍ, ຖະໜົນກໍາແພງເມືອງ, ນະຄອນຫຼວງວຽງຈັນ.  ຮ້ານ ຮາດລັອກ ຄາເຟ ໄດ້ສະເຫຼີມສະຫຼອງ ເປີດຮ້ານໃໝ່ອີກຄັ້ງຢ່າງເປັນທາງການ ພ້ອມປະກາດຄູ່ຮ່ວມພັນທະມິດ ໃໝ່ ແລະ ຈະເປັນຜູ້ບໍລິຫານຮ້ານ ຮາດລັອກ ຄາເຟ ວຽງຈັນ ຄື ບໍລິສັດ ລາວ ເບເວເຣດຊ ຈຳກັດຜູ້ດຽວ. ພາຍໃນງານ ມີແຂກທີ່ຖືກເຊີນ, ລູກຄ້າ ແລະ ໝູ່ເພື່ອນ ເຂົ້າຮ່ວມງານຢ່າງຫຼວງຫຼາຍ ແລະ ໄດ້ມ່ວນຊື່ນກັບສຽງເພງ, ສຽງດົນຕີ ເຊິ່ງມີອາຫານ ແລະ ເຄື່ອງດື່ມ ພ້ອມເສີບຕະຫຼອດງານ.

ຮາດລັອກ ຄາເຟ ວຽງຈັນ ຈະເປັນສູນລວມຄວາມມ່ວນຊື່ນ ແຫ່ງສຽງດົນຕີ, ຄວາມບັນເທີງ, ຂອງທີລະນຶກທີ່ເປັນເອກະລັກ ແລະ ອາຫານດັ້ງເດີມຂອງຊາວອາເມຣິກາ. ເປີດບໍລິການທຸກໆມື້ ວັນຈັນ-ວັນສຸກເວລາ 18:00-23:0 ວັນເສົາ-ວັນອາທິດ ເວລາ 12:00-23:00 ໂມງ.

ບໍລິສັດ ລາວ ເບເວເຣດຊ ຈຳກັດຜູ້ດຽວ ແມ່ນບໍລິສັດທີ່ມີປະສົບການໃນການບໍລິຫານທຸລະກິດແຟນຊາຍເຊັ່ນ: ທູຄອຟຟີ້, ຮ້ານອາຫານ ມິຢາຊິກິ, ຮ້ານເອັມເຄ ສຸກກີ້ ແລະ ອີກຫຼາກຫຼາຍ.

ແບ່ງປັນ