Breaking News

ທ່ຽວດິນແດນປະຫວັດສາດ…

ແບ່ງປັນ

ຖ້າເວົ້າເຖິງໄຫຫີນ ທຸກຄົນກໍ່ຈະຄິດພາບອອກທັນທີເລີຍ ວ່າຕັ້ງຢູ່ແຂວງຊຽງຂວາງ ແຕ່ໄຫຫີນທີ່ເຮົາເຫັນກັນເລື້ອຍໆ ທາງສິ່ງພິມ, ໂທລະພາບ ຫລື ອິນເຕີເນັດ ສ່ວຍຫຼາຍມັກຈະມາຈາກ ທົ່ງໄຫຫີນເມືອງ ແປກ ຫລື ເອີ້ນອີກຊື່ວ່າ ທົ່ງໄຫຫີນ1. ທົ່ງໄຫຫີນຢູ່ຊຽງຂວາງ ມີຫລາຍກວ່າ 1 ແຫ່ງ: ເຊິ່ງມີຢູ່ທັງເມືອງແປກ, ເມືອງ ຜາໄຊ, ເມືອງ ຄູນ ຫລື ແມ່ນແຕ່ຢູ່ເມືອງຄໍາ ກໍ່ມີ. ແຕ່ໄດ້ຮັບການສໍາຫລວດ ແລະ ພັດທະນາເປັນບ່ອນທ່ອງທ່ຽວແລ້ວມີ 3 ແຫ່ງຄື: ໄຫຫີນ1​ ຢູ່ເມືອງແປກ ໃກ້ກັບເດີ່ນຍົນ ສ່ວນທົ່ງໄຫຫີນ2 ແລະ 3​ແມ່ນຢູ່ເມືອງ ຜາໄຊ ເຊິ່ງກໍ່ບໍ່ໄກຈາກເມືອງແປກ ຫຼື ໂພນສະຫວັນຫຼາຍປານໃດ

ສໍາລັບມື້ນີ້ ຈະມາແນະນໍາໃຫ້ຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບທົ່ງໄຫຫີນ 1 ກ່ອນເນາະ ເຊິ່ງຫຼາຍທ່ານກໍອາດຈະເຄີຍໄປທ່ຽວມາແລ້ວ ໄຫຫີນໃຫຍ່ຈໍານວນຫຼາຍຮ້ອຍກວ່າໄຫ ທີ່ຢັ່ງຢາຍໄປທົ່ວທົ່ງຫຍ້າອັນຂຽວງາມແຫ່ງນີ້ ເປັນເວລາຫຼາຍພັນປີແລ້ວ ແຕ່ສິ່ງທີ່ຍັງເປັນປິດສະໜາໜ້າງຶດງໍ້ອັດສະຈັນໃຈ ຈົນຮອດເທົ່າທຸກມື້ນີ້ ຍັງບໍ່ທັນມີໃຜຮູ້ວ່າ ໄຫຫີນດັ່ງກ່າວແມ່ນຫຍັງກັນແທ້ ແລະ ມີປະຫວັດຄວາມເປັນມາແນວໃດ? ທົ່ງໄຫຫີນ 1 ຕັ້ງຢູ່ບ້ານນາໂອ ຫ່າງຈາກຕົວເມືອງໂພນສະຫວັນ ໄປທາງທິດຕາເວັນຕົກສຽງໃຕ້ ປະມານ 8 ກິໂລແມັດ

ທົ່ງໄຫຫີນແຫ່ງນີ້ປະກອບດ້ວຍໄຫຫີນທັງໝົດ 334 ໜ່ວຍ ແລະ ໜ່ວຍທີ່ໃຫຍ່ທີ່ສຸດແມ່ນມີນໍ້າໜັກຫຼາຍກວ່າ 10.000 ກິໂລກຼາມ ແລະ ມີເສັ້ນຜ່າກາງກວ້າງເຖິງ 8.14 ແມັດ (ສໍາຫຼວດໂດຍອົງການUNESCO) ທົ່ງໄຫຫີນດັ່ງກ່າວຖືກສ້າງຂຶ້ນ 2500-3000 ປີກວ່າທີ່ຜ່ານມາ ໃນສະໄໝທີ່ຍັງບໍ່ທັນມີກົນຈັກທັນສະໄໝ ຈຶ່ງເຮັດໃຫ້ເປັນທີ່ງຶດງໍ້ວ່າ ຄົນສະໄໝນັ້ນຂົນຍ້າຍໄຫຫີນ ຈາກບ່ອນຜະລິດຢູ່ບໍລິເວນພູເກັງ ທີ່ມີໄລຍະທາງເກືອບ 10 ກິໂລແມັດ ມາຢູ່ບ່ອນນີ້ໄດ້ດ້ວຍວິທີໃດ? ເປັນປິດສະໜາອັນລຶກລັບ ສ້າງຄວາມປະຫຼາດໃຈໃຫ້ແກ່ບຸກຄົນທົ່ວໄປ ແລະ ນັກຄົ້ນຄວ້ານໍາອີກ. ນອກຈາກໄຫຫີນແລ້ວ ຢູ່ບໍລິເວນນັ້ນຍັງມີຖໍ້າລຶກລັບທາງດ້ານປະຫວັດສາດອີກອີກທີ່ໜ້າສົນໃຈ ແລະ ໜ້າສຶກສາຄົ້ນຄວ້າ. ປັດຈຸບັນ ຢູ່ບໍລິເວນທົ່ງໄຫຫີນ 1 ແມ່ນໄດ້ມຫ້ອງຂໍ້ມູນ ແລະ ສະຖານທີ່ຂາຍເຄື່ອງທີ່ລະນຶກ ໃຫ້ແກ່ບັນດານັກທ່ອງທ່ຽວໄວ້ແວ່ຊົມຕື່ມອີກ

ສໍາລັບໃຜທີ່ຍັງບໍ່ທັນໄດ້ໄປທ່ຽວສະຖານທີ່ແຫ່ງນີ້ ລອງໄປທ່ຽວໄປສໍາຜັດກັບສະຖານທີ່ທ່ອງທ່ຽວທາງປະຫວັດສາດແຫ່ງນີ້ລອງເບິ່ງເດີ້ ການໄປມາກໍ່ສະດວກສະບາຍ ເຊິ່ງເປີດໃຫ້ນັກທ່ອງທ່ຽວເຂົ້າຊົມທຸກມື້ແຕ່ເວລາ 8 ໂມງເຊົ້າ ຫາ 5 ໂມງແລງ

ແບ່ງປັນ