Breaking News

ວັດທະນະທໍາການນຸ່ງຖືເປັນອີກໜຶ່ງມໍລະດົກຂອງຊາດລາວ…

ແບ່ງປັນ

ມາພົບກັນອີກແລ້ວສາວໆມາພົບກັບ BeautyGuru ຄົນເກົ່າຄົນເດີມເພີ່ມເຕີມຄືສາລະ (ຄິດເຂົ້າຂ້າງຕົວວ່າຊັ້ນ) ເພາະໃນມື້ນີ້ BeautyGuru ຈະມາເວົ້າກ່ຽວກັບວັດທະນະທໍາການນຸ່ງຖືຂອງຄົນລາວແທ້ໆມາໃຫ້ສາວໆໄດ້ອ່ານກັນຈັກໜ້ອຍ, ເນຶ່ອງຈາກວ່າສາວໆຍຸກໃໝ່ຄືພວກເຮົານັ້ນອາດຈະຢູ່ກັບຍຸກແຫ່ງແຟຊັ່ນບາງເທຶ່ອເຮົາກໍອາດຈະລືມໄປວ່າເອກະລັກການນຸ່ງຖືນັ້ນຄົນລາວເຮົາແມ່ນຖືເປັນມຸນມໍລະດົກອັນໜື່ງ ທີ່ບັນພະບູລຸດປະໄວ້ໃຫ້ລູກຫຼານຄົນລາວສືບທອດມາເຖິງທຸກວັນນີ້ ອັນເປັນສິ່ງເອກອ້າງສະແດງໃຫ້ຊາວໂລກໄດ້ເຫັນເອກະລັກໜຶ່ງ ຂອງຄວາມເປັນຊາດລາວ. ແຕ່ປະເພນີການນຸ່ງຖື ບາງຮູບການກໍ່ໄດ້ວິວັດໄປຕາມແຕ່ລະຍຸກ ແຕ່ລະສະໄໝ ຕາມຄວາມນິຍົມເຊັ່ນ:

ການໄປສົ່ງສະການແຕ່ກ່ອນເພີ່ນນຸ່ງເສື້ອສີຂາວ ຫຼື ສີບໍ່ບາດຕາ ເພື່ອເຮັດໃຫ້ບັນຍາກາດຂອງນັ້ນມີຄວາມໂປ່ງໃສ, ບໍ່ໃຫ້ຜູ້ໄປຮ່ວມພິທີ ແລະ ຍາດມິດຂອງຜູ້ຕາຍມີຈິດໃຈໂສກເສົ້າ ແຕ່ມາຮອດປັດຈຸບັນກໍ່ນິຍົມກັນໃສ່ຊຸດດຳໄປສົ່ງສະການ ຈົນເປັນປະເພນີແລ້ວ.

ການນຸ່ງຖືເຂົ້າວັດວາອາຮາມເພື່ອໄປເຮັດບຸນຕັກບາດຢາດນໍ້າ ສ້າງສິນກິນທານຕາມຮີດຄອງປະເພນີ ແມ່ຍິງຕ້ອງເກົ້າຜົມ ຫຼື ມັດຜົມ ແລະ ບ່ຽງຜ້າ ຫຼື ຖືແພພາດບ່າພ້ອມເປັນເອກະລັກຂອງແມ່ຍິງລາວທີ່ມີຄວາມງົດງາມ ການນຸ່ງສິ້ນແມ່ຍິງລາວສະໄໝກ່ອນແມ່ນນຸ່ງສິ້ນມີ່ຕໍ່ຫົວ ແລະ ຕໍ່ຕີນ, ນຸ່ງສິ້ນລ່າມບໍ່ໃຫ້ປົກປາຍຕີນ, ນຸ່ງພໍເຂີນຕາຕຸ່ມມ໋ອງ ພໍໃຫ້ໄດ້ອວດປອກຂາເງີນ (ແຕ່ກ່ອນ ແມ່ຍິງລາວນິຍົມໃສ່ປອກຂາ), ຖ້ານຸ່ງສິ້ນເຂີນນ່ອງຖືວ່າເປັນການບໍ່ສຸພາບ, ຜ້າບ່ຽງແພໃໝ ແມ່ນຄວາມງາມຂອງສີລະປະສີໄມ້ລາຍມືຂອງຄົນລາວ. ສ່ວນຜົມທີ່ເກົ້ານັ້ນ ກໍ່ປະດັບດ້ວຍສາຍຄ້ອງ, ສາຍຍັງ ແລະ ປັກປິ່ນເກົ້າ. ຄວາມສວຍງາມຂອງອາເພດຊົງລາວ ໄດ້ເຮັດໃຫ້ຊາວຕ່າງປະເທດຫັນມາສົນໃຈ ແລະ ນິຍົມຊົມຊອບສີ້ນໃໝແພລາວ ຈົນໄດ້ກັບກາຍມາເປັນສິນຄ້າສົ່ງອອກທີ່ດີອີກປະເພດໜື່ງ ແລະ ຍັງເປັນສິ່ງທີ່ຊາວຕ່າງຊາດທີ່ເຂົ້າມາທ່ອງທ່ຽວໃນປະເທດເຮົາໃຫ້ຄວາມສົນໃຈ ແລະ ຍົກຍ້ອງວ່າງົດງາມຫຼາຍ

ທີ່ເອົາມາສະເໜີນີ້ບໍ່ແມ່ນ BeautyGuru ຢາກໃຫ້ສາວໆເຮົາຕ້ອງນຸ່ງສິ້ນໄໝເກົ້າຜົມບ່ຽງແພຕະຫຼອດດອກ ພຽງແຕ່ຢາກໃຫ້ສາວໆໄດ້ຮູ້ເຖິງເອກະລັກວັດທະນະທໍາທີ່ເຮົາເຄີຍມີມາ ແລະ ເຊຶ່ອວ່າສາວໆຫຼາຍຄົນກໍຄົງຈະຮູ້ຢູ່ແລ້ວ. ແຕ່ແນວໃດກໍຕາມວັດທະນະທໍາອັນດີງາມເຮົາກໍຄວນຮັກສາໄວ້ໃຫ້ລູກຫຼານທີ່ເກີດມາພາຍຫຼັງໄດ້ຮັບຮູ້ເຖິງສິ່ງທີ່ບັນພະບູລຸດໄດ້ສ້າງໄວ້ເດີ້.

  • ການນຸ່ງຖືແບບແມ່ຍິງສະໄໝກ່ອນ

  • ສະໄໝປັດຈຸບັນ

  • ຢູ່ບ້ານຢູ່ເຮືອນ

Cr: ເລົ່າເລຶ່ອງເມຶອງລາວ

By: BeautyGuru

ແບ່ງປັນ