Breaking News

ບຸນນະມັດສະການພຣະທາດສີໂຄດຕະບອງ

ແບ່ງປັນ

ອີກບໍ່ດົນກໍຈະຮອດບຸນນະມັດສະການ ພຣະທາດສີໂຄດຕະບອງແລ້ວ ແລະໃນປີນີ້ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 9-11 ກຸມພາ 2017 ນີ້ ທາງທີມງານ ຂວັນໃຈ ໄດ້ນໍາເອົາຂໍ້ມູນກ່ຽວກັບພຣະທາດສີໂຄດຕະບອງ ມາເລົ່າສູ່ຜູ້ອ່ານທີ່ໜ້າຮັກຟັງ ພຣະທາດສີໂຄດຕະບອງເປັນປູສະນີຍະສະຖານ ແລະ ເປັນສັນຍາລັກຂອງແຂວງຄໍາມ່ວນ ຕັ້ງຢູ່ເຂດບ້ານສີໂຄດ ເມືອງທ່າແຂກ ແຄມແມ່ນໍ້າຂອງໃນວັດເກົ່າຫ່າງຈາກຕົວເມືອງທ່າແຂກໄປທາງທິດໃຕ້ປະມານ 6 ກິໂລແມັດ ພຣະທາດນີ້ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງລະຫວ່າງສັດຕະວັດທີ 6-8 ເປັນບ່ອນບັນຈຸອັດຖິ ( ກະດູກ ) ຂອງພຣະພຸດທະເຈົ້າ. ໃນສັດຕະວັດທີ 16 ເຈົ້າໄຊຍະເຊດຖາທິຣາຊໄດ້ປະຕິສັງຂອນໃຫ້ເປັນແບບສິລະປະລ້ານຊ້າງ ໂດຍເພິ່ມປະຕິມະກໍາດອກບົວຕິດໃສ່ຈອມໃນປີຄສ 1539 ແລະ ໃນປັດຈຸບັນ ພຣະທາດສີໂຄດຕະບອງ ປະກອບດ້ວຍເສດຕະສັດ 7 ຊັ້ນ ສູງ 2 ແມັດ ໃນແກນເປັນເຫຼັກ ສ່ວນເສດຕະສັດແມ່ນເຮັດດ້ວຍເງິນ ແລະ ຄໍາ ຢູ່ປາຍມີໂຄມແກ້ວ ແລະ ບໍລິເວນຕີນພຣະທາດກວ້າງດ້ານລະ 25 ແມັດ ສູງ 30 ແມັດ

ໃກ້ໆຈະຮອດມື້ບຸນແລ້ວທ່ານໃດທີ່ຍັງບໍ່ມີແຜນທີ່ຈະໄປທ່ຽວທາງໃດ ກໍລອງໄປທ່ຽວຊົມບຸນນະມັດສະການພຣະທາດສີໂຄດ ແຫ່ງນີ້ລອງເບິ່ງ. ໃນທຸກໆປີຂອງເດືອນ ກຸມພາ ຈະມີການຈັດບຸນນະມັດສະການພຣະທາດສີໂຄດຕະບອງຂຶ້ນ ແລະ ໃນປີ 2017 ນີ້ງານບຸນນະມັດສະການພຣະທາດສີໂຄດໄດ້ຈັດຂຶ້ນໃນລະຫວ່າງມື້ຂຶ້ນ 15 ຄໍ່າເດືອນ 3 ຕາມປະຕິທິນລາວ ເປັນມື້ໃສ່ບາດຢາດນໍ້າຖະຫວາຍສັງຄະທານ ພ້ອມນີ້ທ່ານກໍຍັງສາມາດໄປກາບໄຫວ້ຂໍພອນ ຈາກຮູບປັ້ນຂອງພຣະຍາສີໂຄດຕະບອງ ທີ່ຢືນຢູ່ຢ່າງສະຫງ່າຜ່າເຜີຍໃນບໍລິເວນເດີ່ນດ້ານໜ້າທາງເຂົ້າພຣະທາດ. ນອກຈາກນີ້ແລ້ວທ່ານໃດທີ່ໄດ້ໄປທ່ຽວທີ່ແຂວງ ຄໍາມ່ວນ ກໍຢ່າລືມແວ່ຊື້ເຂົ້າໝົມປ່ານ ເຊິ່ງເປັນສິນຄ້າເອກະລັກຂອງຊາວເມືອງທ່າແຂກເພື່ອເປັນຂອງຕ້ອນຕິດໄມ້ຕິດມືມາພ້ອມ

ແບ່ງປັນ