Breaking News

ສາວລາວຈິດໃຈດີຊ່ວຍຕ່າງຊາດຫຼົງທາງ!

ແບ່ງປັນ

 

ມີເຟັກບຸກຂອງສາວລາວຄົນໜຶ່ງທີ່ຊື່ວ່າ Ann Spc Anongnouth ໄດ້ໂພສຮູບພາບພ້ອມຂຽນຄຳອະທິບາຍວ່າຕົນເອງໄດ້ຊ່ວຍເຫຼືອຊາວຕ່າງຊາດລາຍໜຶ່ງທີ່ກຳລັງຫຼົງທາງວ່າ: “ເຫັນຜູ້ຍິງຄົນຫນຶ່ງເປ້ກະເປົ໋າເຄື່ອງໃຫຍ່ ກໍເປັນປົກກະຕິຂອງນັກເດີນທາງ ນັກທ່ອງທ່ຽວຕ່າງປະເທດຢູ່ແລ້ວ ກໍບໍ່ໄດ້ຄຶດຫຍັງ
ພໍຂີ່ລົດກາຍໄປໜ້ອຍໜຶ່ງ ຂ້ອຍກໍສັງເກດເຫັນລາວທັງຍ່າງທັງຍົກມືໂບກລົດ ແຕ່ບໍ່ມີໃຜຈອດເອົາລາວ ເບິ່ງລາວຄືສິເມື່ອຍ ເປັນຕາອິຕົນ ຂ້ອຍກໍເລີຍຈອດຖາມ ລາວວ່າສິໄປທາງພາກໃຕ້ ລາວສິໄປລົງ ຖະໜົນໜອງບອນ ຂ້ອຍເລີຍລົງມາເປີດທ້າຍລົດໃຫ້ລາວເກັບກະເປົ໋າ ແລ້ວເອົານໍ້າໃຫ້ລາວກິນພາລາວໄປສົ່ງ ຢູ່ແຖວທາດຫລວງ, ແຕ່ສົ່ງລາວລົງລົດແລ້ວ ແນມເບິ່ງລາວ ເຫັນລາວໂບກລົດອີກ ລາວຄົງສິບໍ່ຢາກລົບກວນຂ້ອຍຫຼາຍນິແຫຼະ ແຕ່ຂ້ອຍກະເຕັມໃຈຊ່ວຍຢູ່ແລ້ວ.
ຫາກໃຜເຫັນລາວ ກະຮັບລາວຂຶ້ນລົດນຳແດ່ ອິໂຕນລາວ ແລະ ລາວຍັງບອກວ່າມາຮອດວຽງຈັນມື້ວານນີ້ ວຽງຈັນ Beautiful and Nice People !! ລາວຍົກມືຂອບໃຈ ແບບຄົນລາວແບບງາມໆເລີຍ ??  
” 

ເຫດການດັ່ງກ່າວໄດ້ເຮັດໃຫ້ມີຄົນກົດໄປຄອມເມັ້ນ ແລະ ກົດໄລ້ກົດແຊຣກັນເປັນຈຳນວນຫຼາຍ, ນີ້ກໍເປັນເຫດການໜຶ່ງທີ່ກຳລັງເປັນກະແສໃນຕອນນີ້…!

ຂໍຂອບໃຈທີ່ມາ ແລະ ຮູບພາບ: ປະເທດລາວ Pathedlao ແລະ Ann Spc Anongnouth

ແບ່ງປັນ