Breaking News

ແມ່ຊີສາຍພັນ Rock ໃນເປຣູ

ແບ່ງປັນ

ມາຮູ້ຈັກກຸ່ມແມ່ຊີຊາວຣ໋ອກໃນເປຣູທີ່ມີຄວາມສາມາດໃນດ້ານດົນຕີລວມຕົວຕັ້ງວົງດົນຕີແນວຣ໋ອກ  ວົງ “ຊິສເຕີ ໂມນີກາ ແອນ ເຊີຍບາສ” ເປັນວົງຣ໋ອກວົງໜຶ່ງໃນເປລູທີ່ກໍາລັງເປັນທີ່ໂດ່ງດັງໃນເວລານີ້ ກໍ່ຕັ້ງວົງຂຶ້ນໃນຄອນຫຼວງລີມ່າ ຈາກການຮ່ວມຕົວຂອງບັນດາແມ່ຊີ ຊຶ່ງມີຄວາມສາມາດໃນການຫຼິ້ນດົນຕີຫຼາຍປະເພດ ບັນດາແມ່ຊີທີ່ເປັນຊະມາຊິກວົງນີ້ມາຈາກຫຼາຍປະເທດ ຈາກເປຣູ, ຈີນ, ຍີ່ປຸ່ນ, ເອກວາດໍ, ຊີລີ, ອາເຈນຕີນາ, ຟີລິບປິນ ແລະ ເວເນຊູເອລາ. ວົງເຊີຍບາສ ເປັນວົງດົນຕີແນວຣ໋ອກ ມີເນື້ອເພງທັງໝົດເປັນພາສາແອັດສະປາຍທັງໝົດ ແລະ ຕອນນີ້ກໍາລັງເປັນທີນິຍົມຂອງຊາວເນັດທັງຫຼາຍ.

 

ແບ່ງປັນ